34 C
Vientiane
Friday, May 23, 2025

ເຈົ້າຍິງ ໄອໂກະ ຈາກປະເທດຍີ່ປຸ່ນ ຈະເດີນທາງມາຢ້ຽມຢາມລາວ ເດືອນພະຈິກ 2025 ນີ້

ໜັງສືພິມ Kyodo News ຂອງປະເທດຍີ່ປຸ່ນ ລາຍງານໃຫ້ຮູ້ວ່າ ເຈົ້າຍິງໄອໂກະ (Aiko) ລູກຄົນດຽວຂອງຈັກກະພັດ ນາຣູຮິໂຕະ ແລະ ພະລາຊິນີ ມາຊາໂກະ ຈະເດີນທາງມາປະເທດລາວ ໃນເດືອນພະຈິກ 2025 ນີ້ ເຊິ່ງຈະເປັນການຢ້ຽມຢາມຢ່າງເປັນທາງການຄັ້ງທຳອິດຂອງເຈົ້າຍິງ ໃນຕ່າງປະເທດ ອີງຕາມການປະກາດຂອງສຳນັກງານພະລາຊະວັງອິມພີເຣຍນ ໃນວັນສຸກທີ່ຜ່ານມາ.

ໃນປີ 2025 ເປັນການຄົບຮອບ 70 ປີຂອງການສ້າງຕັ້ງ ສາຍພົວພັນທາງການທູດ ລະຫວ່າງຍີ່ປຸ່ນ ແລະ ລາວ, ເຈົ້າຍິງຈາກ ປະເທດຍີ່ປຸ່ນ ອາຍຸ 23 ປີ ຈະເດີນທາງ ມາຢ້ຽມຢາມປະເທດໃນອາຊີອາຄະເນເພື່ອສ້າງມິດຕະພາບ ແລະ ຄວາມປາດຖະໜາດີ.

ລາຍລະອຽດຂອງການຢ້ຽມຢາມຂອງເຈົ້າຍິງ ຍັງຢູ່ໃນລະຫວ່າງການພິຈາລະນາ, ແຕ່ເຈົ້າຍິງອາດຈະພົບກັບ ທ່ານປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ເຂົ້າຮ່ວມກິດຈະກຳທີ່ກ່ຽວຂ້ອງກັບການຄົບຮອບດັ່ງກ່າວ, ອີງຕາມສຳນັກງານ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles