31 C
Vientiane
Sunday, June 22, 2025

ກຳປູເຈຍ ລົງພື້ນທີ່ສຳຫຼວດເພີ່ມມາດຕະການຄວາມປອດໄພ ກຽມຕິດຕັ້ງອຸປະກອນປ້ອງກັນຟ້າຜ່າໃນ “ນະຄອນວັດ” ແລະ ວັດສຳຄັນ

ເຈົ້າໜ້າທີ່ເມືອງຊຽມຣຽບກຽມຕິດຕັ້ງອຸປະກອນປ້ອງກັນຟ້າຜ່າເພີ່ມຕື່ມໃນພື້ນທີ່ ນະຄອນວັດ ແລະ ວັດສຳຄັນອື່ນໆ ເພື່ອຫຼຸດຄວາມສ່ຽງຈາກຟ້າຜ່າທີ່ອາດເກີດຂຶ້ນໃນຊ່ວງລະດູຝົນ ແລະ ເພື່ອປົກປ້ອງຄວາມປອດໄພຂອງນັກທ່ອງທ່ຽວທັງຄົນກຳປູເຈຍ ແລະ ຄົນຕ່າງຊາດທີ່ເຂົ້າໄປທ່ອງທ່ຽວ.

ມາດຕະການດັ່ງກ່າວ ມີເປົ້າໝາຍເພື່ອເພີ່ມຄວາມປອດໄພໃນແຫຼ່ງທ່ອງທ່ຽວສຳຄັນ ເຊິ່ງມີຜູ້ມາຢ້ຽມຢາມຫຼາຍລ້ານຄົນຕໍ່ປີ ໂດຍສະເພາະນະຄອນວັດ ເຊິ່ງເປັນມໍລະດົກໂລກ ແລະ ເປັນສັນຍາລັກທາງວັດທະນະທຳທີ່ສຳຄັນຂອງປະເທດ.

ການຕິດຕັ້ງອຸປະກອນເຫຼົ່ານີ້ບໍ່ພຽງແຕ່ປົກປ້ອງຊີວິດຂອງນັກທ່ອງທ່ຽວເທົ່ານັ້ນ, ແຕ່ຍັງຊ່ວຍອະນຸລັກບູຮານສະຖານ ທີ່ມີຄຸນຄ່າທາງປະຫວັດສາດໃຫ້ຄົງຢູ່ຕໍ່ໄປຢ່າງຍືນຍົງ.

ນັກທ່ອງທ່ຽວທີ່ວາງແຜນຈະເດີນທາງມາຢ້ຽມຢາມນະຄອນວັດໃນຊ່ວງລະດູຝົນ ເຊິ່ງສາມາດໝັ້ນໃຈໃນເລື່ອງຄວາມປອດໄພໄດ້ຫຼາຍຍິ່ງຂຶ້ນ ຈາກຄວາມຕັ້ງໃຈຂອງເຈົ້າໜ້າທີ່ໃນການພັດທະນາ ແລະ ປ້ອງກັນໄພທີ່ອາດເກີດຂຶ້ນໃນພື້ນທີ່ຍອດນິຍົມແຫ່ງນີ້.

ທີ່ມາ: MGR

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles