31 C
Vientiane
Monday, June 2, 2025

ການສຶກສາແຂວງຫຼວງພະບາງ ມີ 6 ຄາດໝາຍ ມີທ່າງອ່ຽງຫຼຸດຖອຍ ແລະ ບໍ່ສາມາດບັນລຸ

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ໃນສົກຮຽນ 2024-2025 ພະແນກສຶກສາທິການ ແລະ ກິລາ ແຂວງຫລວງພະບາງ ສາມາດຈັດຕັ້ງປະຕິບັດບັນດາຍຸດທະສາດ, ວຽກງານຈຸດສຸມ ແລະ ກິດຈະກໍາ ດ້ານການສຶກສາ ທີ່ໄດ້ກຳນົດໄວ້ໃນ 15 ຄາດໝາຍ ທີ່ສະພາປະຊາຊົນແຂວງຮັບຮອງ ໂດຍມີ 8 ຄາດໝາຍທີ່ສາມາດບັນລຸໄດ້, ມີ 1 ຄາດໝາຍໃກ້ຈະບັນລຸ ແລະ ອີກ 6 ຄາດໝາຍ ມີທ່າອ່ຽງຫລຸດຖອຍ ແລະ ບໍ່ສາມາດບັນລຸ.

ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫລວງພະບາງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການຈັດຕັ້ງປະຕິບັດບັນດາຍຸດທະສາດ, ວຽກງານຈຸດສຸມ ແລະ ກິດຈະກໍາ ດ້ານການສຶກສາ ຢູ່ແຂວງຫລວງພະບາງ ໃນ 8 ຄາດໝາຍທີ່ບັນລຸປະກອບມີ: ອັດຕາເຂົ້າຮຽນຂອງເດັກອາຍຸ 5 ປີ ບັນລຸໄດ້ 85,21% (ຄາດໝາຍ 84%), ອັດຕາເລື່ອນຊັ້ນ ປ5 ຂຶ້ນ ມ1 (ທຽບໃສ່ນັກຮຽນຕົ້ນປີ ປ5) ບັນລຸໄດ້ 92,43% (ຄາດໝາຍ 91%), ດັດສະນີຄວາມສະເໜີພາບ ຍິງ-ຊາຍ ອັດຕາການເລື່ອນຊັ້ນ ປ5 ຫາ ມ1 ບັນລຸ 1% (ຄາດໝາຍ 0,99%-1%), ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນ ໃຫ້ໄດ້ຮັບການບໍາລຸງ ຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບ ປະຕິບັດໄດ້ 11.067 ຄົນ (ຄາດໝາຍ 2.404 ຄົນ), ນັກຮຽນ ທີ່ຮຽນຈົບມັດທະຍົມຕອນຕົ້ນ ໃຫ້ໄດ້ເຂົ້າຮຽນຕໍ່ ໃນສາຍອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ປະຕິບັດໄດ້ 327 ຄົນ (ຄາດໝາຍ 300 ຄົນ), ຈໍານວນຄູສອນຊັ້ນການສຶກສາກ່ອນໄວຮຽນ, ຊັ້ນປະຖົມສຶກສາ ແລະ ມັດທະຍົມສຶກສາ ໄດ້ຮັບການບໍາລຸງຍົກລະດັບ ເພື່ອພັດທະນາວິຊາຊີບຄູແບບຕໍ່ເນື່ອງໄດ້ 143 ຄົນ (ຄາດໝາຍ 100 ຄົນ), ສົ່ງເສີມນັກຮຽນທີ່ຮຽນຈົບ ມັດທະຍົມຕອນປາຍໃຫ້ໄດ້ຮຽນຕໍ່ ສາຍອາຊີວະ ແລະ ການສຶກສາຊັ້ນສູງ ຢູ່ຕ່າງປະເທດ ປະຕິບັດໄດ້ 211 ຄົນ (ຄາດໝາຍ 200 ຄົນ), ສືບຕໍ່ສົ່ງເສີມມວນຊົນທຸກເພດ, ທຸກໄວ ເຂົ້າຮ່ວມການຫັດກາຍຍະບໍລິຫານ, ການອອກກຳລັງກາຍ ແລະ ຫລິ້ນກິລາ ເພື່ອສຸຂະພາບ ເຂົ້າຮ່ວມການສ້າງຂະບວນການເຄື່ອນໄຫວ ຈັດກິດຈະກໍາການແຂ່ງຂັນກິລາປະຈຳປີ, ກິລາວັນບຸນປະເພນີ ແລະ ກິລາວັນບຸນສໍາຄັນຕ່າງໆ ຂອງແຂວງ ແລະ ຂອງຊາດປະຕິບັດໄດ້ 40,72% (ຄາດໝາຍ 40%). ສຳລັບ ຄາດໝາຍທີ່ໃກ້ຈະບັນລຸມີ 1 ຄາດໝາຍຄື: ອັດຕານັກຮຽນເຂົ້າຮຽນໃໝ່ສຸດທິ ປ1 ປະຕິບັດໄດ້ 99,85% (ຄາດໝາຍ 100%).

ສ່ວນຄາດໝາຍທີ່ມີລັກສະນະທົດຖອຍມີ 6 ຄາດໝາຍປະກອບມີ: ອັດຕາເຂົ້າຮຽນໃໝ່ລວມ ປ5, ອັດຕາປະລະການຮຽນ ຂອງນັກຮຽນ ປ1, ອັດຕາເລື່ອນຂັ້ນ-ຈົບຊັ້ນປະຖົມ, ອັດຕາປະລະການຮຽນ ຂອງນັກຮຽນຊັ້ນປະຖົມ, ອັດຕາເຂົ້າຮຽນໃໝ່ລວມ ມ4 ແລະ ອັດຕາປະລະການຮຽນ ຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນ.

ທ່ານ ສຸລິເດດ ແກ້ວບົວລະເພັດ ກ່າວຕື່ມວ່າ: ສໍາລັບບັນດາຄາດໝາຍທີ່ມີລັກສະນະທົດຖອຍ ແລະ ບັນຫາປະກົດການຫຍໍ້ທໍ້ ຄະນະນຳພະແນກສຶກສາທິການ ແລະ ກິລາແຂວງ ໄດ້ມີແຜນໃນການແກ້ໄຂ ໂດຍສະເພາະ ໄດ້ຍົກສູງ ການປັບປຸງເຮັດໃຫ້ຄາດໝາຍທີ່ຍັງບໍ່ທັນບັນລຸ ໃຫ້ສາມາດບັນລຸໄດ້ໃນເທື່ອລະກ້າວ ເປັນຕົ້ນ ແບ່ງຄວາມຮັບຜິດຊອບ ໃຫ້ຂັ້ນຫ້ອງການສຶກສາທິການ ແລະ ກິລາເມືອງ-ນະຄອນ, ໂຮງຮຽນ ເພື່ອສ້າງເປັນແຜນວຽກຈຸດສຸມ ໃນການລົງແກ້ໄຂ ຢູ່ໃນຂັ້ນຂອງຕົນ ໂດຍສົມທົບກັບຄະນະນໍາຂອງເມືອງ, ຄະນະພັດທະນາການສຶກສາຂັ້ນບ້ານ ເພື່ອປຸກລະດົມ ປະຊາຊົນບັນດາເຜົ່າ ໃຫ້ມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ຄວາມສໍາຄັນຂອງວຽກງານການສຶກສາ. ນອກຈາກນີ້, ຍັງໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານ ໃນການຕິດຕາມຊຸກຍູ້ວຽກງານການຮຽນ-ການສອນ, ແນະແນວການເຂົ້າຮຽນສາຍວິຊາຊີບ ໂດຍໄດ້ແບ່ງອອກເປັນ 4 ຄະນະ, ພາຍຫລັງສຳເລັດໃນການລົງຊຸກຍູ້ ຕ້ອງໄດ້ມີການສະຫລຸບຖອດຖອນບົດຮຽນ ໂດຍໄດ້ຍົກໃຫ້ເຫັນເຖິງບັນຫາ, ສາເຫດທີ່ເປັນອຸປະສັກ ແລະ ເປັນສິ່ງທີ່ທ້າທາຍເຮັດໃຫ້ວຽກງານບໍ່ທັນບັນລຸ, ທັງຮ່ວມກັນປຶກສາຫາລືຊອກຫາວິທີທາງແກ້ໄຂໃນຕໍ່ໜ້າ ເພື່ອເຮັດໃຫ້ບັນດາຄາດໝາຍ ທີ່ຍັງບໍ່ທັນບັນລຸ ສາມາດບັນລຸໄດ້ ແລະ ປະກົດຜົນເປັນຈິງໃຫ້ໄດ້.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles