Lonely Planet ຍົກໃຫ້ລາວເປັນອັນດັບ 4 ປະເທດໜ້າທ່ຽວທີ່ສຸດໃນໂລກ

Lonely Planet ສຳນັກພິມການທ່ອງທ່ຽວລະດັບໂລກ ໄດ້ປະກາດລາຍຊື່ບັນດາປະເທດ Best in Travel 2025 ໂດຍຈັດໃຫ້ ສປປ ລາວ ຢູ່ໃນອັນດັບທີ່ 4 ປະເທດ ທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກ. ສະແດງເຖິງ ສັກກະຍະພາບຂອງ ສປປ ລາວ ໃນຖານະຈຸດໝາຍການທ່ອງທ່ຽວ ທີ່ກຳລັງໄດ້ຮັບຄວາມສົນໃຈ ໃນລະດັບສາກົນ.

Lonely Planet ໄດ້ລະບຸວ່າ: ສປປ ລາວ ເອກອ້າງເລື່ອງຄວາມສະຫງົບ, ທຳມະຊາດ ແລະ ວິຖີຊິວິດທີ່ງ່າຍດາຍ ຕິດພັນກັບເອກະລັກທ້ອງຖິ່ນ, ໂດຍສະເພາະ ນະຄອນຫຼວງພະບາງ ເຊິ່ງເປັນເມືອງມໍລະດົກໂລກ ໄດ້ຖືກຍົກຍ້ອງໃຫ້ເປັນຕົວແບບ ຂອງການຜະສົມກັນລະຫວ່າງ ປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດໄດ້ຢ່າງກົມກືນ ໃນຂະນະດຽວກັນ, ນ້ຳຕົກຕາດກວາງຊີ ແລະ ພູມສັນຖານປະເທດແຄມແມ່ນ້ຳຂອງ ກໍຍັງເປັນສະເໜ່ ດຶງດູດນັກທ່ອງທ່ຽວຕ່າງຊາດ.

ການຈັດອັນດັບໃນຄັ້ງນີ້, ຖືເປັນສ່ວນໜຶ່ງ ຂອງການສົ່ງເສີມແນວຄວາມຄິດ “ການທ່ອງທ່ຽວແບບຍືນຍົງ” ສປປ ລາວ ເປັນຈຸດໝາຍການທ່ອງທ່ຽວ ທີ່ບໍ່ແອອັດ, ເໝາະສົມສຳລັບນັກທ່ອງທ່ຽວ ທີ່ຕ້ອງການສຳພັດ ແລະ ໃກ້ຊິດກັບທຳມະຊາດ.

ທີ່ມາ: Elpais, Asiakingtravel

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles