ກວ່າ20% ຂອງຄົວເຮືອນ ຢູເຂດຫ່າງໄກຊອກຫຼີກຂອງລາວ ຍັງປະເຊີນກັບການຂາດແຄນອາຫານ

ເຖິງແມ່ນວ່າ ສປປ ລາວ ຈະສາມາດຫຼຸດຜ່ອນຄວາມທຸກຍາກລົງໄດ້ຫຼາຍກວ່າເຄິ່ງໜຶ່ງໃນຮອບ 20 ປີທີ່ຜ່ານມາ ແຕ່ບັນຫາປາກທ້ອງ ແລະ ໂພຊະນາການໃນເຂດຫ່າງໄກສອກຫຼີກຍັງຄົງເປັນສິ່ງທ້າທາຍອັນໃຫຍ່ຫຼວງ.

ບົດລາຍງານສະຖານະການປະຈຳເດືອນພະຈິກ 2026 ຂອງ ໂຄງການອາຫານໂລກ (World Food Programme ຫຼື WFP) ໄດ້ເປີດເຜີຍຕົວເລກທີ່ໜ້າເປັນຫ່ວງ ກ່ຽວກັບສະພາບຄວາມໝັ້ນຄົງດ້ານອາຫານ ແລະ ໂພຊະນາການຂອງປະຊາຊົນລາວ ໂດຍສະເພາະໃນເຂດພູດອຍ.

ຕົວເລກສຳຄັນທີ່ໜ້າຈັບຕາເບິ່ງ

1. ສູງກວ່າຄ່າສະເລ່ຍເຖິງ 2 ເທົ່າ: ຄົວເຮືອນໃນເຂດພູດອຍຫ່າງໄກຫຼາຍກວ່າ 20% ກຳລັງປະເຊີນກັບຄວາມບໍ່ໝັ້ນຄົງດ້ານອາຫານ ເຊິ່ງສູງກວ່າຄ່າສະເລ່ຍທົ່ວປະເທດທີ່ຢູ່ໃນລະດັບ 10%.

2. ວິກິດໂພຊະນາການໃນເດັກ: ເດັກນ້ອຍລາວອາຍຸຕ່ຳກວ່າ 5 ປີ ປະມານ 1 ໃນ 3 ຄົນ ຍັງປະເຊີນບັນຫາຂາດສານອາຫານຊຳເຮື້ອ ພ້ອມທັງຂາດວິຕາມິນ ແລະ ແຮ່ທາດທີ່ຈຳເປັນຕໍ່ການຈະເລີນເຕີບໂຕ (ໃນຂະນະທີ່ເຂດຕົວເມືອງ ພັດມີແນວໂນ້ມໄດ້ຮັບສານອາຫານເກີນຄວາມຕ້ອງການເພີ່ມຂຶ້ນ)

3. ຂໍ້ມູນປີ 2024–2025 ຊີ້ໃຫ້ເຫັນວ່າ ປະຊາກອນລາວປະມານ 15% ຍັງດຳລົງຊີວິດຢູ່ລຸ່ມເສັ້ນຄວາມທຸກຍາກແຫ່ງຊາດ

ບົດລາຍງານລະບຸວ່າ ບັນຫາດັ່ງກ່າວບໍ່ໄດ້ເກີດຈາກການຂາດແຄນສະບຽງອາຫານພຽງຢ່າງດຽວ ແຕ່ເປັນຜົນມາຈາກຫຼາຍປັດໄຈປະສົມກັນ:

1. ການປ່ຽນແປງຂອງດິນຟ້າອາກາດ: ປະຊາຊົນສ່ວນໃຫຍ່ອາໄສຊັບພະຍາກອນທຳມະຊາດທີ່ອ່ອນໄຫວຕໍ່ສະພາບອາກາດໃນການຫາລ້ຽງຊີບ ເມື່ອເກີດໄພທຳມະຊາດ ຈຶ່ງປັບຕົວໄດ້ຍາກ

2. ຂໍ້ຈຳກັດໃນການເຂົ້າເຖິງຕະຫຼາດ: ເສັ້ນທາງຄົມມະນາຄົມ ແລະ ລັກສະນະການດຳລົງຊີວິດທີ່ແຕກຕ່າງ ເຮັດໃຫ້ການແລກປ່ຽນຊື້-ຂາຍອາຫານທີ່ມີຄຸນຄ່າທາງໂພຊະນາການຍັງມີຂອບເຂດຈຳກັດ

ໃນເດືອນຕຸລາ 2026 ທີ່ຜ່ານມາ WFP ໄດ້ໃຫ້ການຊ່ວຍເຫຼືອປະຊາຊົນລາວທັງໝົດ 175,300 ຄົນ ຜ່ານໂຄງການອາຫານໃນໂຮງຮຽນ, ການສົ່ງເສີມໂພຊະນາການ ແລະ ການສ້າງຄວາມທົນທານຕໍ່ຄວາມສ່ຽງ.

ພ້ອມກັນນັ້ນ WFP ຍັງໄດ້ຮ່ວມມືກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລົງພື້ນທີ່ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ ແຂວງຫຼວງນ້ຳທາ ໂດຍໄດ້ມອບສະບຽງອາຫານຈຳນວນ 570 ໂຕນ (ປະກອບມີ ເຂົ້າສານ, ປາກະປ໋ອງ ແລະ ນ້ຳມັນພືດ) ໃຫ້ແກ່ປະຊາຊົນກວ່າ 36,000 ຄົນ ໃນ 48 ບ້ານ ເພື່ອໃຫ້ມີອາຫານພຽງພໍສຳລັບການຟື້ນຟູຊີວິດເປັນເວລາ 30 ວັນ.

ທີ່ມາ: World Food Programme

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
4,400,000FollowersFollow
0SubscribersSubscribe
- Advertisement -spot_img

Latest Articles