ກອງປະຊຸມສົນທະນາ ການຮ່ວມມືພັດທະນາສື່ມວນຊົນ ລາວ-ຈີນ ແລະ ງານສະເຫຼີມສະຫຼອງວັນສ້າງຕັ້ງສະຖານີວິທະຍຸ FM 93.0 MHz ຂອງວິທະຍຸໂທລະພາບສູນກາງຈີນ (CMG) ຄົບຮອບ 20 ປີ ຈັດຂຶ້ນ ໃນວັນທີ 19 ພະຈິກ 2026 ຢູ່ທີ່ ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ, ໄດ້ກາຍເປັນອີກໜຶ່ງຂີດໝາຍສຳຄັນ ສະທ້ອນໃຫ້ເຫັນເຖິງຄວາມສຳເລັດ ແລະ ບາດກ້າວໃໝ່ຂອງການຮ່ວມມືດ້ານສື່ມວນຊົນ ລະຫວ່າງ ລາວ ແລະ ຈີນ. ງານນີ້ບໍ່ພຽງແຕ່ເປັນການຫວນຄືນຜົນງານອັນພົ້ນເດັ່ນ ຕະຫຼອດສອງທົດສະວັດເທົ່ານັ້ນ, ແຕ່ຍັງເປັນການວາງແຜນອະນາຄົດ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນຍາວນານ ຂອງສອງປະເທດ ລາວ-ຈີນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ໃນໂອກາດນີ້, ທ່ານນາງ ແສງແກ້ວ (Mo Xiaoling) ຫົວໜ້າວິທະຍຸໂທລະພາບສູນກາງຈີນ (CMG) ປະຈຳ ສປປ ລາວ ໄດ້ເລົ່າເຖິງການເດີນທາງ ຕະຫຼອດ 20 ປີ ຂອງສະຖານີວິທະຍຸ FM 93.0 MHz ທີ່ໄດ້ປ່ຽນຜ່ານຈາກສື່ດັ້ງເດີມມາເປັນສື່ທັນສະໄໝ. ຈາກຈຸດເລີ່ມຕົ້ນທີ່ຜະລິດລາຍການຢູ່ປັກກິ່ງ ຈົນມາເຖິງປີ 2011 ທີ່ເລີ່ມຜະລິດລາຍການຢູ່ລາວ ທີມງານໄດ້ຫັນກ້ອງ ແລະ ໄມໂຄຣໂຟນລົງພື້ນທີ່ຕົວຈິງ ເພື່ອເລົ່າເລື່ອງລາວ ທີ່ຄົນລາວສົນໃຈ ເຊັ່ນ: ເສັ້ນທາງລົດໄຟ ລາວ-ຈີນ, ເຫດການໄພພິບັດທາງທໍາມະຊາດ ແລະ ງານມະຫະກໍາກິລາແຫ່ງຊາດລາວ ເປັນຕົ້ນ. ປັດຈຸບັນ ຍັງໄດ້ຂະຫຍາຍຊ່ອງທາງໄປສູ່ເວັບໄຊ, Facebook ແລະ ຕິກຕ໋ອກ ຈົນກາຍເປັນສຳນັກຂ່າວພາສາລາວ ທີ່ມີຜູ້ຕິດຕາມອັນດັບໜຶ່ງໃນທົ່ວໂລກ (ເຟສບຸກ CMG FM93 ມີຜູ້ຕິດຕາມ 1.6 ລ້ານຄົນ).
ນອກຈາກວຽກງານຂ່າວສານແລ້ວ, CMG ຍັງໄດ້ຮ່ວມມືກັບຫຼາຍພາກສ່ວນຂອງລາວ ທັງວິທະຍຸກະຈາຍສຽງແຫ່ງຊາດລາວ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ສະມາຄົມນັກປະພັນລາວ ລວມເຖິງ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໃນການຈັດການແຂ່ງຂັນຮ້ອງເພງ, ການນໍາພາ ນັກປະພັນລາວຂຶ້ນລົດໄຟ ລາວຈີນ, ການແຂ່ງຂັນເວົ້າ ແລະ ການຄັດເລືອກ ຊາວໜຸ່ມຕົວແບບ ເປັນຕົ້ນ.
“ປະຈຸບັນ ມີການປ່ຽນແປງຄັ້ງໃຫຍ່ໃນສື່ ພວກເຮົາຈະໃຊ້ ທຸກສື່ປະສົມປະສານເຂົ້າກັນຢ່າງກົມກືນ ເພື່ອເລົ່າເລື່ອງລາວຂອງສອງປະເທດ… ອີກສິບຊາວປີຂ້າງໜ້າ ຈະສືບຕໍ່ບຸກບືນພັດທະນາສະຖານີ, ປະກອບສ່ວນຊຸກຍູ້ ການພັດທະນາ ສາຍພົວພັນຂອງສອງປະເທດອີກດ້ວຍ.” — ທ່ານນາງ ແສງແກ້ວ (Mo Xiaoling) ກ່າວ.
ທາງດ້ານ ທ່ານນາງ ຟາງຫົງ ເອກອັກຄະລັດຖະທູດຈີນ ປະຈຳ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ພາກລັດ ແລະ ສັງຄົມລາວ ທີ່ໃຫ້ການສະໜັບສະໜູນສະຖານີວິທະຍຸ FM 93.0 MHz ຕະຫຼອດມາ, ພ້ອມທັງເນັ້ນຢ້ຳເຖິງສາຍພົວພັນອັນພິເສດຂອງສອງຊາດວ່າ:
“ປະເທດລາວ ແລະ ປະເທດຈີນ ເປັນສະຫາຍອ້າຍນ້ອງ ສ້າງສາຍພົວພັນການທູດ ລາວ-ຈີນ ປີນີ້ ຄົບຮອບ 65 ປີ, ນອກຈາກນັ້ນ ທັງສອງຝ່າຍ ຍັງໄດ້ຕົກລົງເຫັນດີ ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ເປັນຮູບປະທຳ ໝັ້ນຄົງ ໜຽວແໜ້ນ.” — ທ່ານນາງ ຟາງຫົງ ກ່າວ.
ຂະນະດຽວກັນ, ທ່ານນາງ ເຂັມແພງ ພົນເສນາ ປະທານສະມາຄົມມິດຕະພາບ ລາວ-ຈີນ ກໍໄດ້ຍົກເອົາຄຳກ່າວຂອງທ່ານປະທານ ສີ ຈິ້ນຜິງ ທີ່ວ່າ “ການພົວພັນລະຫວ່າງປະເທດ ຂຶ້ນກັບຄວາມສະນິດສະໜົມລະຫວ່າງປະຊາຊົນ ແລະ ຈິດໃຈຂອງປະຊາຊົນ” ມາຢ້ຳເຕືອນເຖິງບົດບາດສຳຄັນຂອງສື່ມວນຊົນ. ທ່ານຫວັງວ່າວິທະຍຸຈະສືບຕໍ່ເປັນຂົວຕໍ່ ແລະ ກະບອກສຽງໃຫ້ແກ່ການຮ່ວມມືພັດທະນາສອງປະເທດ ໂດຍສະເພາະເສັ້ນທາງລົດໄຟ, ການສ້າງແຂວງ-ເມືອງແຮກສ່ຽວ, ສິລະປະວັດທະນະທຳ, ສາທາລະນະສຸກ ແລະ ການທ່ອງທ່ຽວ ໃຫ້ປະຊາຊົນສອງຊາດເຫັນໄດ້ ຢ່າງເປັນຮູບປະທຳ.
ໃນກອງປະຊຸມຄັ້ງນີ້, ທ່ານ ວັນສີ ກົວມົວ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວຊົມເຊີຍຕໍ່ຜົນງານຂອງ CMG ພ້ອມທັງສະແດງຄວາມຍິນດີລ່ວງໜ້າ ຕໍ່ການຄົບຮອບ 70 ປີ ຂອງການອອກອາກາດ ພາກພາສາລາວ ທີ່ຈະໝູນວຽນມາຄົບຮອບໃນປີ 2027 ນີ້ ໂດຍທ່ານກ່າວວ່າ:
“ຂ້າພະເຈົ້າຮູ້ສຶກພາກພູມໃຈ ຕະຫຼອດສອງທົດສະວັດທີ່ຜ່ານມາ ເຫັນເຖິງບາດກ້າວການພັດທະນາທີ່ຍິ່ງໃຫຍ່ຂອງ CMG, ບໍ່ໄດ້ເປັນພຽງແຕ່ບ່ອນແປພາສາເທົ່ານັ້ນ, ແຕ່ຍັງຊອກຫາຮູບແບບ ເນື້ອຫາ ທີ່ຄົນລາວເຂົ້າໃຈງ່າຍ ເພື່ອເລົ່າເລື່ອງລາວຂອງສອງປະເທດ.” — ທ່ານ ວັນສີ ກົວມົວ ກ່າວ.
ເພື່ອກ້າວໄປສູ່ອະນາຄົດທີ່ແຂງແກ່ນກວ່າເກົ່າ, ທ່ານ ວັນສີ ກົວມົວ ຍັງໄດ້ສະເໜີ 4 ທິດທາງການຮ່ວມມືຂອງສື່ມວນຊົນ ລາວ-ຈີນ ຄື:
1. ຮ່ວມກັນສຳພາດ, ຜະລິດ ແລະ ອອກອາກາດ ໃນຫົວຂໍ້ທີ່ສອງຝ່າຍໃຫ້ຄວາມສົນໃຈ ເຊັ່ນ: ການທ່ອງທ່ຽວ, ການຫຼຸດຜ່ອນຄວາມທຸກຍາກ ແລະ ທາງລົດໄຟ ລາວ-ຈີນ ເພື່ອສ້າງຜົນງານທີ່ມີຄຸນນະພາບ.
2. ຮ່ວມກັນແປ ແລະ ອອກອາກາດ ລາຍການທີ່ດີເດັ່ນຂອງລາວ ແລະ ຈີນ ເພື່ອເຜີຍແຜ່ໃຫ້ປະຊາຊົນສອງຊາດ ໂດຍສະເພາະເພື່ອຕ້ອນຮັບປີ 2027 ທີ່ຈະກາຍເປັນປີທ່ອງທ່ຽວຂອງສອງຊາດ.
3. ແລກປ່ຽນ ແລະ ຝຶກອົບຮົມນັກຂ່າວ ໃຫ້ແກ່ສື່ມວນຊົນລາວຢ່າງເປັນລະບົບ ໂດຍສຸມໃສ່ເຕັກໂນໂລຊີທີ່ທັນສະໄໝ ຍົກຕົວຢ່າງເຊັ່ນ ການໝູນໃຊ້ ປັນຍາປະດິດ ເຂົ້າຊ່ວຍໃນການຜະລິດຂ່າວ.
4. ສ້າງຮູບແບບດິຈິຕອນ ໂດຍນຳໃຊ້ເຂົ້າໃນການຜະລິດສື່ ໃນຫຼາຍແພລັດຟອມແບບສື່ປະສົມ ຄົບວົງຈອນ ໃນຍຸກໃໝ່ຢ່າງແຂງແຮງ.
ການຮ່ວມມືໃນຄັ້ງນີ້ຖືເປັນສັນຍານທີ່ດີ ສຳລັບວົງການສື່ມວນຊົນ ແລະ ຊາວໜຸ່ມລາວ ທີ່ຈະໄດ້ເຫັນເນື້ອຫາທີ່ສ້າງສັນ, ທັນສະໄໝ ແລະ ເຂົ້າເຖິງງ່າຍຂຶ້ນ ເພື່ອສືບຕໍ່ເປັນຂົວຕໍ່ ແຫ່ງມິດຕະພາບ ລາວ-ຈີນ ໃຫ້ຍືນຍົງຕະຫຼອດໄປ.

