ຂ່າວດີ! ວຽກງານເກັບກູ້ລະເບີດ ໂຄງການທາງລົດໄຟ ລາວ-ຫວຽດນາມ ຄືບໜ້າແລ້ວ ໃກ້ເຖິງ 90% ກຽມພ້ອມລຸຍກໍ່ສ້າງຮາກຖານເຕັມຕົວ !

ນັບເປັນອີກໜຶ່ງບາດກ້າວສຳຄັນ ແລະ ເປັນຂ່າວດີສຳລັບປະຊາຊົນລາວ ເມື່ອຫຼ້າສຸດ ວຽກງານສຳຫຼວດ, ເກັບກູ້ ແລະ ທຳລາຍລູກລະເບີດທີ່ຍັງບໍ່ທັນແຕກ (UXO) ໃນພື້ນທີ່ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ແມ່ນມີຄວາມຄືບໜ້າ ໃກ້ເຖິງ 90 ສ່ວນຮ້ອຍ. ຄວາມສຳເລັດດັ່ງກ່າວແມ່ນຢູ່ພາຍໃຕ້ການຊີ້ນຳຂອງ ບໍລິສັດ ພີພີແອວ ໂຮນດິ້ງ ເຊິ່ງເປັນເຈົ້າຂອງໂຄງການ ໂດຍໄດ້ມອບໝາຍໃຫ້ ບໍລິສັດ ອິນຊີ ເປັນຜູ້ຮັບຜິດຊອບ ລົງພື້ນທີ່ປະຕິບັດງານເກັບກູ້ຕົວຈິງ ເພື່ອບຸກເບີກໜ້າດິນ ແລະ ຮັບປະກັນຄວາມປອດໄພ ສູງສຸດ ກ່ອນທີ່ເຄື່ອງຈັກໜັກ ຈະເລີ່ມເດີນໜ້າກໍ່ສ້າງ.

ສຳລັບໂຄງການມະຫາໂປຣເຈັກ ທາງລົດໄຟ ລາວ-ຫວຽດນາມ ເສັ້ນນີ້ ຖືເປັນໂຄງການຍຸດທະສາດ ລະດັບຊາດ ທີ່ມີຄວາມສຳຄັນຍິ່ງ ໂດຍມີມູນຄ່າການລົງທຶນມະຫາສານເຖິງ 1,6 ຕື້ໂດລາສະຫະລັດ. ເປົ້າໝາຍຫຼັກແມ່ນເພື່ອສ້າງເສັ້ນທາງຄົມມະນາຄົມທາງບົກ ທີ່ທັນສະໄໝ ຊ່ວຍອຳນວຍຄວາມສະດວກ ໃນການເຊື່ອມໂຍງການຄ້າ, ການຂົນສົ່ງສິນຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ມີຄວາມວ່ອງໄວ ແລະ ມີຕົ້ນທຶນທີ່ຖືກລົງກວ່າເກົ່າ.

ເສັ້ນທາງລົດໄຟສາຍປະຫວັດສາດນີ້ ມີຄວາມຍາວລວມທັງໝົດ 147 ກິໂລແມັດ ໂດຍຈະແລ່ນຕັດຜ່ານ 4 ເມືອງໃຫຍ່ ຂອງແຂວງຄຳມ່ວນ ຄື: ເມືອງທ່າແຂກ, ເມືອງມະຫາໄຊ, ເມືອງຍົມມະລາດ ແລະ ເມືອງບົວລະພາ ກ່ອນຈະເຊື່ອມຕໍ່ຊື່ກົງ ເຂົ້າສູ່ຊາຍແດນຂອງປະເທດຫວຽດນາມ. ການສ້າງເສັ້ນທາງລົດໄຟຜ່ານຫຼາຍເມືອງສຳຄັນແບບນີ້ ຈະຊ່ວຍກະຕຸ້ນເສດຖະກິດທ້ອງຖິ່ນ, ສ້າງວຽກເຮັດງານທຳ ແລະ ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນໃນແລວທາງລົດໄຟ ໃຫ້ມີຄວາມຄຶກຄື້ນຂຶ້ນ ຢ່າງແນ່ນອນ.

ປັດຈຸບັນ ເມື່ອການບຸກເບີກພື້ນທີ່ ແລະ ການເກັບກູ້ລະເບີດກ້າວເຂົ້າສູ່ໄລຍະສຸດທ້າຍແລ້ວ, ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ກໍກຽມພ້ອມທີ່ຈະຍົກລະດັບ ເຂົ້າສູ່ໄລຍະການກໍ່ສ້າງໂຄງລ່າງຕົວຈິງໃນມໍ່ໆນີ້. ໂປຣເຈັກນີ້ ບໍ່ພຽງແຕ່ຈະປ່ຽນແປງໂສມໜ້າ ການຂົນສົ່ງຂອງແຂວງຄຳມວນເທົ່ານັ້ນ ແຕ່ຍັງເປັນຈິກຊໍທີ່ໃຫ່ຍ ແລະ ສຳຄັນໃນການຊຸກຍູ້ ວິໄສທັດຂອງລັດຖະບານລາວ ໃນການຫັນປ່ຽນປະເທດ ຈາກທີ່ບໍ່ມີຊາຍແດນຕິດຈອດກັບທະເລ (Landlocked) ໃຫ້ກາຍເປັນສູນກາງການເຊື່ອມໂຍງ ຂອງພາກພື້ນ (Land-linked) ຢ່າງແທ້ຈິງ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
8,743FollowersFollow
0SubscribersSubscribe
- Advertisement -spot_img

Latest Articles