ທວງຄືນຄວາມຍຸຕິທຳໃຫ້ “ຕົ້ນຕີນເປັດ” ເບື້ອງຫຼັງກິ່ນ ທີ່ແຝງໄປດ້ວຍສຸດຍອດພະລັງຮັກໂລກ ປຽບດັ່ງນາງພະຍາແຫ່ງການດູດຊັບກາກບອນ

ເມື່ອເຂົ້າສູ່ຊ່ວງປາຍຝົນຕົ້ນໜາວ ລະຫວ່າງເດືອນຕຸລາ ຫາ ເດືອນມັງກອນ ຂອງທຸກໆປີ ຫຼາຍຄົນຄົງຈະຄຸ້ນເຄີຍກັບກິ່ນອັນເປັນເອກະລັກຂອງ “ດອກຕີນເປັດ” ທີ່ມັກຖືກຜູ້ຄົນຈົ່ມ ແລະ ບໍ່ມັກປານໃດ ແຕ່ຮູ້ຫຼືບໍ່ວ່າ ຕົ້ນໄມ້ຊະນິດນີ້ມີຄຸນປະໂຫຍດມະຫາສານຕໍ່ສິ່ງແວດລ້ອມ ຈົນໄດ້ຮັບການຍົກຍ້ອງວ່າເປັນ “ນາງພະຍາ” ແຫ່ງການກັກເກັບກາກບອນໃນເຂດເມືອງ.

ເຖິງວ່າຕົ້ນຕີນເປັດຈະອອກດອກພຽງປີລະຄັ້ງເທົ່ານັ້ນ ແຕ່ພະລັງຂອງກິ່ນພັດຮຸນແຮງຈົນຫຼາຍຄົນຈື່ບໍ່ລືມ ເນື່ອງຈາກໃນດອກມີນ້ຳມັນຫອມລະເຫີຍເຂັ້ມຂຸ້ນຫຼາຍກວ່າ 34 ຊະນິດ ໂດຍມີສານ ລິນາລູລ (Linalool) ເປັນອົງປະກອບຫຼັກເຖິງ 37.5% ສານຊະນິດນີ້ມີລິດກະຕຸ້ນລະບົບປະສາດໃຫ້ເຮັດວຽກໜັກຂຶ້ນ ຈຶ່ງສົ່ງຜົນໃຫ້ບາງຄົນເກີດອາການປວດຫົວ, ວິນຫົວ ຫຼື ປວດຮາກ ໂດຍສະເພາະຜູ້ທີ່ແພ້ນ້ຳມັນຫອມລະເຫີຍ.

ເປີດສຸດຍອດຄຸນປະໂຫຍດ ທີ່ເຮັດໃຫ້ຕົ້ນຕີນເປັດກາຍເປັນ “ນາງພະຍາ”:

1. ແຊ້ມດູດຊັບກາສກາກໂບນິກ (CO₂): ຈາກຜົນການສຶກສາຂອງຄະນະວະນະສາດ ມະຫາວິທະຍາໄລກະເສດສາດ ພົບວ່າ ຕົ້ນຕີນເປັດມີອັດຕາການດູດຊັບກາສກາກໂບນິກCO₂ ສູງທີ່ສຸດ ເຖິງ 252.79 ກິໂລກຣາມ/ຕົ້ນ/ປີ ໃນຂະນະທີ່ຕົ້ນໄມ້ທົ່ວໄປດູດຊັບໄດ້ພຽງ 9–15 ກິໂລກຣາມ/ຕົ້ນ/ປີ ເທົ່ານັ້ນ ຖ້າປູກ 1,000 ຕົ້ນ ຈະສາມາດດູດຊັບ CO₂ ໄດ້ຫຼາຍກວ່າ 252.79 ໂຕນຕໍ່ປີ.

2. ປູກງ່າຍ ທົນທານ ແລະ ໃຫ້ຮົ່ມເງົາ: ເປັນໄມ້ຢືນຕົ້ນຂະໜາດໃຫຍ່ ລາຄາບໍ່ແພງ ທົນທານຕໍ່ທຸກສະພາບແວດລ້ອມ ຈຶ່ງນິຍົມປູກເພື່ອສ້າງຄວາມຮົ່ມເຢັນໃນເຂດພູມອາກາດຮ້ອນຊຸ່ມ ທັງໃນອາຊີຕາເວັນອອກສ່ຽງໃຕ້, ອາຊີໃຕ້, ຕອນໃຕ້ຂອງຈີນ ແລະ ຕອນເໜືອຂອງອົດສະຕຣາລີ.

3. ໃຊ້ປະໂຫຍດໄດ້ເກືອບທຸກສ່ວນ: ນອກຈາກຮົ່ມເງົາແລ້ວ ທັງເປືອກ, ໃບອ່ອນ ແລະ ກິ່ງງ່າ ຍັງສາມາດນຳມາໃຊ້ປະໂຫຍດໄດ້ຢ່າງຫຼາກຫຼາຍອີກດ້ວຍ.

ເຖິງວ່າກິ່ນຂອງດອກຕີນເປັດຈະບໍ່ຖືກໃຈໃຜຫຼາຍຄົນໃນຊ່ວງອາກາດໜາວ ແຕ່ຖ້າເບິ່ງຂ້າມເລື່ອງກິ່ນໄປ ຕົ້ນໄມ້ຊະນິດນີ້ກໍຄືໜຶ່ງໃນພະເອກຕົວຈິງທີ່ຊ່ວຍຟອກອາກາດ ແລະ ຫຼຸດພາວະໂລກຮ້ອນໃຫ້ກັບເຮົາໄດ້ຢ່າງມະຫາສານ.

ແຫຼ່ງຂໍ້ມູນອ້າງອີງ: Kasetsart University

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
8,747FollowersFollow
0SubscribersSubscribe
- Advertisement -spot_img

Latest Articles