ບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026 ຈະຈັດຂຶ້ນ 5 ວັນເຕັມ ແຕ່ວັນທີ 20–24 ພະຈິກນີ້ !

ນະຄອນຫຼວງວຽງຈັນ, 11 ພະຈິກ 2026 – ບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ຈະຈັດຂຶ້ນເປັນເວລາ 5 ວັນເຕັມ ແຕ່ວັນທີ 20–24 ພະຈິກ 2026 ໂດຍມີກິດຈະກຳທາງພຸດທະສາສະໜາ, ສິລະປະວັດທະນະທຳ, ກິລາພື້ນເມືອງ ແລະ ການວາງສະແດງສິນຄ້າຫຼາກຫຼາຍປະເພດ ເພື່ອສືບສານຮີດຄອງປະເພນີອັນດີງາມຂອງຊາດລາວ.

ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ໄດ້ຖະແຫຼງຂ່າວໃນວັນທີ 11 ພະຈິກ 2026 ກ່ຽວກັບການຈັດບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າປະຈຳປີນີ້ ໂດຍໄດ້ແຈ້ງກຳນົດການຈັດກິດຈະກຳສຳຄັນຕະຫຼອດ 5 ວັນຂອງງານ.

ສຳລັບວັນທີ 20 ພະຈິກ 2026 ເວລາ 16:30 ໂມງ ຈະມີພິທີເປີດບຸນນະມັດສະການພະທາດຫຼວງວຽງຈັນຢ່າງເປັນທາງການ. ຈາກນັ້ນ, ໃນວັນທີ 21 ພະຈິກ ເວລາ 16:30 ໂມງ ຈະສືບຕໍ່ການຄົບງັນຕາມຮີດຄອງປະເພນີ.

ສ່ວນວັນທີ 22 ພະຈິກ 2026 ກົງກັບຂຶ້ນ 13 ຄ່ຳ ເດືອນ 12 ປີ 2569 ຕາມກຳນົດການທີ່ປະກາດ ເວລາ 16:00 ໂມງ ຈະມີພິທີສູດປະລິຕະມຸງຄຸນ ທີ່ອົງພະທາດຫຼວງ. ຕໍ່ມາໃນວັນທີ 23 ພະຈິກ ເວລາ 13:30 ໂມງ ຈະຈັດພິທີແຫ່ພະສາດເຜິ້ງ ຊຶ່ງເປັນໜຶ່ງໃນພິທີກຳສຳຄັນຂອງບຸນປະເພນີດັ່ງກ່າວ.

ສຳລັບວັນທີ 24 ພະຈິກ 2026 ຊຶ່ງເປັນມື້ສຸດທ້າຍຂອງງານ ແລະ ກົງກັບຂຶ້ນ 15 ຄ່ຳ ເດືອນ 12 ປີ 2569 ຕາມກຳນົດການທີ່ປະກາດ, ເວລາ 07:00 ໂມງ ຈະມີພິທີໃສ່ບາດ ແລະ ຖວາຍສັງຄະທານ. ເວລາ 13:00 ໂມງ ຈະມີພິທີແຫ່ລູກຄີ ແລະ ການແຂ່ງຂັນກິລາພື້ນບ້ານຕີຄີ. ຂະນະທີ່ເວລາ 19:00 ໂມງ ຈະຈັດພິທີວຽນທຽນ, ຈູດທູບທຽນ ແລະ ຈຸດບັ້ງໄຟສັກກະລະບູຊາອົງພະທາດຫຼວງ ພ້ອມທັງການຄົບງັນຕາມຮີດຄອງປະເພນີທີ່ສືບທອດກັນມາ.

ນອກຈາກພິທີກຳທາງສາສະໜາແລ້ວ ພາຍໃນງານຍັງຈະມີການສະແດງສິລະປະວັນນະຄະດີ, ການຟ້ອນ ແລະ ຂັບລຳ ຈາກກອງສິລະປະກອນສູນກາງ, ສິລະປະກອນກອງທັບ, ຄະນະສິລະປະຈາກ 9 ຕົວເມືອງພາຍໃນນະຄອນຫຼວງວຽງຈັນ, ສູນວັດທະນະທຳເດັກ ແລະ ສະໂມສອນດ່ານຊ້າງ ທີ່ຈະຜັດປ່ຽນກັນຂຶ້ນສະແດງຢູ່ເວທີກາງໃນແຕ່ລະວັນ.

ສຳລັບເວລາເປີດໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວເຂົ້າຊົມງານ ແມ່ນເລີ່ມແຕ່ເວລາ 09:00–23:00 ໂມງ ຂອງທຸກວັນ.

ພ້ອມກັນນີ້, ງານວາງສະແດງສິນຄ້າປະຈຳປີ 2026 ຍັງຈະມີການນຳເອົາຜະລິດຕະພັນຂອງຄົນລາວຫຼາກຫຼາຍຊະນິດມາວາງສະແດງ ແລະ ຈຳໜ່າຍ ເປັນຕົ້ນ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ODOP, ສິນຄ້າຈາກຄອບຄົວຕົວແບບທີ່ມີທ່າແຮງພັດທະນາເປັນສິນຄ້າ ODOP ລວມທັງສິນຄ້າຈາກບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ທັງພາຍໃນ ແລະ ຕ່າງປະເທດ.

ການຈັດງານວາງສະແດງສິນຄ້າຄັ້ງນີ້ ມີຈຸດປະສົງເພື່ອເປີດໂອກາດໃຫ້ປະຊາຊົນພາຍໃນນະຄອນຫຼວງ, ຕ່າງແຂວງ ແລະ ແຂກຕ່າງປະເທດ ໄດ້ຮູ້ຈັກ ແລະ ຊົມໃຊ້ຜະລິດຕະພັນລາວ ພ້ອມທັງສ້າງໂອກາດໃຫ້ບັນດາຫົວໜ່ວຍທຸລະກິດໄດ້ແລກປ່ຽນບົດຮຽນ ແລະ ປະສົບການຮ່ວມກັນ.

ສຳລັບສະຖານທີ່ຈັດງານວາງສະແດງສິນຄ້າ ຈະຈັດຂຶ້ນຢູ່ເດີ່ນສະໜາມຫຼວງ ແລະ ສູນການຄ້າລາວ-ໄອເຕັກ.

ບຸນນະມັດສະການພະທາດຫຼວງວຽງຈັນ ເປັນງານບຸນປະເພນີສຳຄັນຂອງຊາດລາວ ທີ່ສືບທອດກັນມາແຕ່ບູຮານນະການ ແລະ ເປັນໂອກາດສຳຄັນໃນການອະນຸລັກຮັກສາຮີດຄອງປະເພນີ, ສົ່ງເສີມວັດທະນະທຳ, ການທ່ອງທ່ຽວ ແລະ ການຄ້າຂອງລາວ.

ແຫຼ່ງຂ່າວ: ປະເທດລາວ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
8,743FollowersFollow
0SubscribersSubscribe
- Advertisement -spot_img

Latest Articles