ກອງປະຊຸມພົບປະແລກປ່ຽນ ລະຫວ່າງ ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກົມໃຫຍ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກະຊວງພາຍໃນ ແຫ່ງຣາຊະອານາຈັກກໍາປູເຈຍ ໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2026 ທີ່ນະຄອນຫຼວງວຽງຈັນ, ຝ່າຍລາວນຳໂດຍ ທ່ານ ພັນເອກ ເພັດດາວົງ ແກ້ວກັນຍາ ຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ຝ່າຍກຳປູເຈຍ ນໍາໂດຍ ທ່ານ ພົນໂທ ສົກເວດສະນາ ຫົວໜ້າກົມໃຫຍ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ໂດຍມີຄະນະທັງສອງຝ່າຍ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ພັນເອກ ເພັດດາວົງ ແກ້ວກັນຍາ ໄດ້ຍົກໃຫ້ເຫັນຜົນສໍາເລັດການຮ່ວມມືຂອງສອງຝ່າຍໃນໄລ ຍະ 2 ປີຜ່ານມາ ແລະ ທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ.ໃນນີ້, ໄລຍະຜ່ານມາ, ທັງສອງຝ່າຍໄດ້ອໍານວຍຄວາມສະດວກໃຫ້ແກ່ພົນລະເມືອງຂອງສອງປະເທດ ລາວ-ກຳ ປູເຈຍ, ກຳປູເຈຍ-ລາວ, ຄົນຕ່າງປະເທດ, ຄົນບໍ່ມີສັນຊາດ ເດີນທາງເຂົ້າ-ອອກ ຜ່ານດ່ານຊາຍແດນ ດ້ວຍຈຸດປະສົງທ່ອງທ່ຽວ, ຢ້ຽມຢາມ, ຊື້-ຂາຍ-ແລກປ່ຽນສິນຄ້າ, ເຮັດທຸ ລະກິດ ແລະ ອື່ນໆ ມີຄວາມສະດວກຄ່ອງຕົວ, ປອດໄພ, ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ປະຕິບັດຖືກ ຕ້ອງຕາມກົດໝາຍ-ລະບຽບການໃນການເດີນທາງເຂົ້າ- ອອກ ບົນພື້ນຖານການປະຕິບັດສັນຍາຂ້າມແດນສອງຝ່າຍ, ກໍລະນີມີເຫດການສຸກເສີນຮີບດ່ວນເກີດຂຶ້ນຢູ່ບໍລິ ເວນຊາຍແດນ, ການເຂົ້າ-ອອກ ບໍ່ຖືກຕ້ອງ ແມ່ນໄດ້ມີການປະສານສົມທົບກັນແກ້ໄຂຕາມກົດໝາຍ-ລະບຽບການຂອງແຕ່ລະປະເທດ ຢ່າງທັນການ,ໄດ້ເອົາໃຈໃສ່ເພີ່ມທະວີການສຶກສາອົບຮົມພົນລະເມືອງຂອງສອງຝ່າຍ ໂດຍສະ ເພາະ ພົນລະເມືອງ ທີ່ອາໄສຢູ່ລຽບຕາມຊາຍແດນ ໃຫ້ມີຄວາມເຂົ້າໃຈເຖິງລະບຽບການ, ຂໍ້ກຳນົດຕ່າງໆກ່ຽວກັບຊາຍແດນທີ່ລັດຖະບານຂອງ ສປປ ລາວ ແລະ ຣາຊະອາ ນາຈັກ ກຳປູເຈຍ ໄດ້ລົງນາມຮ່ວມກັນ ໂດຍສະເພາະແມ່ນ ສັນຍາ ວ່າດ້ວຍການຜ່ານແດນ ສະບັບລົງວັນທີ 28 ມີນາ 2008, ບົນພື້ນຖານຫຼັກການເຄົາລົບອຳນາດອະທິປະໄຕຜືນແຜນດິນອັນຄົບຖ້ວນເຊິ່ງກັນ ແລະ ກັນ, ບໍ່ເຂົ້າ-ອອກ ຫຼື ຍົກຍ້າຍຕັ້ງຖິ່ນຖານພູມລໍາເນົາແບບເສລີ.
ພ້ອມກັນນັ້ນ, ຍັງໄດ້ສຸມໃສ່ໂຄສະນາມູນເຊື້ອຄວາມສາມັກຄີ ໃຫ້ພະນັກງານ ກໍຄື ປະຊາຊົນລຽບຕາມຊາຍ ແດນ ຮູ້ໄດ້ເຖິງມູນເຊື້ອຄວາມສາມັກຄີ, ຄວາມຮັກແພງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງສອງຊາດ ລາວ-ກຳປູ ເຈຍ, ກຳປູເຈຍ-ລາວ, ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ- ອອກເມືອງ ປະຈຳຢູ່ດ່ານເຂົ້າ-ອອກ ລາວ-ກຳປູເຈຍ ໄດ້ມີການພົວພັນ, ຮ່ວມມື, ປະສານສົມທົບກັນ ເພື່ອແລກ ປ່ຽນຂໍ້ມູນ-ຂ່າວສານ, ສະພາບການຕ່າງໆ ທີ່ກ່ຽວພັນເຖິງຄວາມສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ, ໄດ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດໃນການກວດກາ ແລະ ຫ້າມນໍາເອົາອາວຸດ, ທາດລະເບີດທີ່ບໍ່ໄດ້ຮັບອະນຸຍາດເຂົ້າມາໃນດິນແດນຂອງອີກຝ່າຍ, ແຕ່ລະຝ່າຍບໍ່ໄດ້ນໍາເອົາກໍາລັງຂອງຕົນມາເຄື່ອນໄຫວລາດຕະເວນເລິກເຂົ້າໃນດິນແດນຂອງອີກຝ່າຍ, ໄດ້ມີການຮ່ວມມື ແລະ ໃຫ້ອໍານວຍຄວາມສະດວກເຊິ່ງກັນ ແລະ ກັນໃນການຜັກດັນ ພົນລະເມືອງຂອງແຕ່ລະຝ່າຍບໍ່ໃຫ້ເຂົ້າມາເຄື່ອນໄຫວຜິດກົດໝາຍໃນດິນແດນຂອງອີກຝ່າຍ ພ້ອມທັງຮ່ວມມືກັນ ໃນການສົ່ງຜູ້ຮ້າຍຂ້າມແດນລະຫວ່າງສອງຝ່າຍຕາມສົນທິສັນຍາວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ລະຫວ່າງ ສອງລັດຖະບານ.
ທີ່ມາ: ຄວາມສະຫງົບ


