ຂ່າວດີ! ວຽກງານເກັບກູ້ລະເບີດ ໂຄງການທາງລົດໄຟ ລາວ-ຫວຽດນາມ ຄືບໜ້າແລ້ວ 90% ກຽມພ້ອມລຸຍກໍ່ສ້າງຮາກຖານເຕັມຕົວ !!!

ນັບເປັນອີກໜຶ່ງບາດກ້າວສຳຄັນ ແລະ ເປັນຂ່າວດີສຳລັບປະຊາຊົນລາວ ເມື່ອຫຼ້າສຸດ ວຽກງານສຳຫຼວດ, ເກັບກູ້ ແລະ ທຳລາຍລູກລະເບີດທີ່ຍັງບໍ່ທັນແຕກ (UXO) ໃນພື້ນທີ່ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ແມ່ນມີຄວາມຄືບໜ້າໄປແລ້ວເຖິງ 90 ສ່ວນຮ້ອຍ. ຄວາມສຳເລັດດັ່ງກ່າວແມ່ນຢູ່ພາຍໃຕ້ການຊີ້ນຳຂອງ ບໍລິສັດ ພີພີແອວ ໂຮນດິ້ງ ເຊິ່ງເປັນເຈົ້າຂອງໂຄງການ ໂດຍໄດ້ມອບໝາຍໃຫ້ ບໍລິສັດ ອິນຊີ ເປັນຜູ້ຮັບຜິດຊອບລົງພື້ນທີ່ປະຕິບັດງານເກັບກູ້ຕົວຈິງ ເພື່ອບຸກເບີກໜ້າດິນ ແລະ ຮັບປະກັນຄວາມປອດໄພສູງສຸດ ກ່ອນທີ່ເຄື່ອງຈັກໜັກຈະເລີ່ມເດີນໜ້າກໍ່ສ້າງ.

ສຳລັບໂຄງການມະຫາໂປຣເຈັກ ທາງລົດໄຟ ລາວ-ຫວຽດນາມ ເສັ້ນນີ້ ຖືເປັນໂຄງການຍຸດທະສາດລະດັບຊາດທີ່ມີຄວາມສຳຄັນຍິ່ງ ໂດຍມີມູນຄ່າການລົງທຶນມະຫາສານເຖິງ 2 ຕື້ໂດລາສະຫະລັດ. ເປົ້າໝາຍຫຼັກແມ່ນເພື່ອສ້າງເສັ້ນທາງຄົມມະນາຄົມທາງບົກທີ່ທັນສະໄໝ ຊ່ວຍອຳນວຍຄວາມສະດວກໃນການເຊື່ອມໂຍງການຄ້າ, ການຂົນສົ່ງສິນຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ມີຄວາມວ່ອງໄວ ແລະ ມີຕົ້ນທຶນທີ່ຖືກລົງກວ່າເກົ່າ.

ເສັ້ນທາງລົດໄຟສາຍປະຫວັດສາດນີ້ ມີຄວາມຍາວລວມທັງໝົດ 140 ກິໂລແມັດ ໂດຍຈະແລ່ນຕັດຜ່ານ 4 ເມືອງໃຫຍ່ ຂອງແຂວງຄຳມວນ ຄື: ເມືອງທ່າແຂກ, ເມືອງມະຫາໄຊ, ເມືອງຍົມມະລາດ ແລະ ເມືອງບົວລະພາ ກ່ອນຈະເຊື່ອມຕໍ່ຊື່ກົງເຂົ້າສູ່ຊາຍແດນຂອງປະເທດຫວຽດນາມ. ການລາກຜ່ານຫຼາຍເມືອງສຳຄັນແບບນີ້ ຈະຊ່ວຍກະຕຸ້ນເສດຖະກິດທ້ອງຖິ່ນ, ສ້າງວຽກເຮັດງານທຳ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃນແລວທາງລົດໄຟໃຫ້ມີຄວາມຄຶກຄື້ນຂຶ້ນຢ່າງແນ່ນອນ.

ປັດຈຸບັນ ເມື່ອການບຸກເບີກພື້ນທີ່ ແລະ ການເກັບກູ້ລະເບີດກ້າວເຂົ້າສູ່ໄລຍະສຸດທ້າຍແລ້ວ, ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ກໍກຽມພ້ອມທີ່ຈະຍົກລະດັບເຂົ້າສູ່ໄລຍະການກໍ່ສ້າງໂຄງລ່າງຕົວຈິງໃນມໍ່ໆນີ້. ໂປຣເຈັກນີ້ ບໍ່ພຽງແຕ່ຈະປ່ຽນແປງໂສມໜ້າການຂົນສົ່ງຂອງແຂວງຄຳມວນເທົ່ານັ້ນ ແຕ່ຍັງເປັນຈິກຊໍ ສຳຄັນ ໃນການຍູ້ແຮງວິໄສທັດ ຂອງລັດຖະບານລາວ ໃນການຫັນປ່ຽນປະເທດຈາກທີ່ບໍ່ມີຊາຍແດນຕິດຈອດກັບທະເລ (Landlocked) ໃຫ້ກາຍເປັນ ສູນກາງການເຊື່ອມໂຍງຂອງພາກພື້ນ (Land-linked) ຢ່າງແທ້ຈິງ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
8,752FollowersFollow
0SubscribersSubscribe
- Advertisement -spot_img

Latest Articles