ມາຮ່ວມກັນສົ່ງເສີມ ແລະ​ ແຮັດແທັກ #ລາບລາວ ໃຫ້ຫຼາຍໆ​ ເພື່ອ​ຊຸກຍູ້​ໃຫ້​ “ລາບລາວ”​ ເຂົ້າເປັນມໍລະດົກໂລກ

“ລາບ” ແມ່ນອາຫານຢ່າງໜຶ່ງ​ ທີ່ເຮັດດ້ວຍຊີ້ນ​ ຫຼື​ ປາ ທີ່ນຳມາຟັກໃຫ້ແຫຼກແລ້ວໃສ່ເຂົ້າຂົ້ວເຄື່ອງຫອມ, ປາແດກ, ແປ້ງນົວ ຖ້າໃຊ້ຊີ້ນເປັນຫຼັກ ເອີ້ນ ລາບຊີ້ນ; ໃຊ້ປາເປັນຫຼັກ ເອີ້ນລາບປາ ເຊັ່ນ: ລາບຊີ້ນຄວາຍ, ລາບຊີ້ນໝູ, ລາບປາຕອງ​ ແລະ​ ອື່ນໆ​ ສ່ວນລົດຊາດປຸງຕາມມັກ.

ສ່ວນ​ “ກ້ອຍ” ກໍ່ແມ່ນອາຫານຊະນິດທີ່ໃຊ້ຊີ້ນຫຼື​ ປານຳມາຊອຍໃຫ້ມຸ່ນ​ ແລ້ວນຳເອົາຜັກຫອມ​ ແລະ​ ເຄື່ອງປຸງຫຼາຍຢ່າງທັງນໍ້າປາແດກມາປະສົມໃສ່ພາໃຫ້ແຊບ. ກ້ອຍມີຫຼາຍແນວ ເຊັ່ນ: ກ້ອຍປາ, ກ້ອຍຊີ້ນ, ກ້ອຍກຸ້ງ​ ແລະ​ ອື່ນໆ.​

ເພີ່ນແຍກ ລາບ ແລະ ກ້ອຍ ທີ່ຂະບວນການກຽມຊີ້ນ ປາ ຫຼື ພືດບາງຊະນິດທີ່ນຳມາເຮັດລາບ ຫຼື ກ້ອຍໄດ້…ບໍ່ໄດ້ແຍກກັນທີ່ລົດຊາດ ເຄື່ອງປຸງ ຫຼື ຜັກເຄື່ອງຫອມທີ່ໃສ່…

ລາບ ບໍ່ແມ່ນພຽງແຕ່ອາຫານ, ແຕ່ແມ່ນສັນຍາລັກແຫ່ງ “ໂຊກລາບ”​ ແລະ ຄວາມສາມັກຄີຂອງຄົນລາວ. ລາບລາວ ໄດ້ຖືກສະເໜີຕໍ່ UNESCO ເພື່ອຂຶ້ນທະບຽນເປັນມໍລະດົກວັດທະນະທຳຂອງມວນມະນຸດ

ສະນັ້ນ,​ ທຸກຄັ້ງທີ່ທ່ານກິນລາບ ຫື ເຮັດລາວ ຢ່າລືມໂພສຮູບລາບ, ບໍ່ວ່າຈະແຕ່ງກິນເອງຢູ່ເຮືອນ, ກິນຢູ່ຮ້ານ ຫຼື ກິນນຳກັນກັບຄອບຄົວ, ກະລຸນາໃສ່ແຮັດແທັກ​ #ລາບລາວ#LarbLaos ເພື່ອໃຫ້ທົ່ວໂລກໄດ້ເຫັນລາບລາວຂອງພວກເຮົາ.​

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
20,000FollowersFollow
0SubscribersSubscribe
- Advertisement -spot_img

Latest Articles