ເຕືອນໄພໃກ້ຕົວ ກິນ “ເຫັດຫູໜູແຊ່ນ້ຳດົນ” ສ່ຽງຮັບສານພິດອັນຕະລາຍເຖິງຊີວິດ

ຫຼາຍຄອບຄົວມັກມີວັດຖຸດິບຕາກແຫ້ງຕິດເຮືອນໄວ້ ເຊັ່ນດຽວກັບ “ເຫັດຫູໜູ” ທີ່ນຳມາປະກອບອາຫານໄດ້ຫຼາກຫຼາຍເມນູ ແຕ່ໃຜຈະຮູ້ວ່າພຶດຕິກຳງ່າຍໆ ໃນການແຊ່ນ້ຳຖິ້ມໄວ້ດົນເກີນໄປ ອາດກາຍເປັນໄພງຽບທີ່ພາໃຫ້ເຮົາຮັບ “ສານພິດບົງເຄຣກິກແອຊິດ” (Bongkrekic Acid) ເຂົ້າຮ່າງກາຍໂດຍບໍ່ຮູ້ຕົວ.

ການເລືອກຊື້ ແລະ ການເກັບຮັກສາທີ່ຖືກຕ້ອງ

1. ກວດສອບກ່ອນຊື້: ຄວນເລືອກຊື້ຈາກແຫຼ່ງທີ່ເຊື່ອຖືໄດ້, ກວດສອບບັນຈຸພັນ, ວັນໝົດອາຍຸ ແລະ ສະພາບສິນຄ້າ ຖ້າພົບບັນຈຸພັນຮົ່ວ ຫຼື ມີຄວາມຊິດຜິດປົກກະຕິຄວນຫຼີກລ່ຽງ

2. ການເກັບຮັກສາເຫັດແຫ້ງ: ຄວນເກັບໃນພາຊະນະທີ່ສະອາດ, ແຫ້ງ ແລະ ປິດແໜ້ນດີ ບໍ່ຄວນວາງໃກ້ບໍລິເວນທີ່ມີອາຍນ້ຳ ຫຼື ແຫຼ່ງຄວາມຮ້ອນ

ຂໍ້ຄວນລະວັງໃນການແຊ່ນ້ຳ ແລະ ປຸງແຕ່ງ

1. ຈຳກັດເວລາແຊ່: ການແຊ່ເຫັດແຫ້ງໃນອຸນຫະພູມຫ້ອງ ບໍ່ຄວນເກີນ 2 ຊົ່ວໂມງ ຖ້າຈຳເປັນຕ້ອງແຊ່ຂ້າມຄືນ ຕ້ອງເກັບໄວ້ໃນຕູ້ເຢັນເພື່ອຫຼຸດການຈະເລີນເຕີບໂຕຂອງແບັກທີເຣຍ

2. ຢ່າແຊ່ເຫຼືອ: ຄວນແຊ່ໃນປະລິມານທີ່ພໍດີຕໍ່ຄາບອາຫານ ບໍ່ຄວນແຊ່ຖິ້ມໄວ້ຫຼາຍມື້ ຫຼື ນຳກັບມາໃຊ້ຊຳ້ ຖ້າພົບວ່າເຫັດມີເມືອກ, ມີກິ່ນຜິດປົກກະຕິ ໃຫ້ຖິ້ມທັນທີ

3. ຄວາມສະອາດແມ່ນເລື່ອງໃຫຍ່: ພາຊະນະ, ມີດ, ຄຽງ ແລະ ມືຂອງຜູ້ກຽມອາຫານຕ້ອງສະອາດສະເໝີ ເພື່ອປ້ອງກັນການປົນເປື້ອນຂອງຈຸລິນຊີ

ອັນຕະລາຍຈາກສານພິດ ແລະ ອາການທີ່ຕ້ອງລະວັງ

ຖ້າຮັບປະທານອາຫານທີ່ປົນເປື້ອນສານພິດຊະນິດນີ້ ອາດເຮັດໃຫ້ເກີດອາການຕັ້ງແຕ່:

1. ອ່ອນເພຍ, ວິນຫົວ, ງ່ວງຊຶມ, ປວດທ້ອງ, ຄື່ນໄສ້ ແລະ ອາຈຽນ

2. ກໍລະນີຮຸນແຮງ: ອາດສົ່ງຜົນຕໍ່ການເຮັດວຽກຂອງຕັບ, ໝາກໄຂ່ຫຼັງ ແລະ ສະໝອງ ເຊິ່ງເປັນອັນຕະລາຍຮອດຊີວິດ ເພາະສານພິດນີ້ມີລິດທຳລາຍຂະບວນການສ້າງພະລັງງານໃນຈຸລັງ

3. ຂໍ້ຄວນຈື່: ການຕົ້ມຈົນເດືອດ ບໍ່ສາມາດກຳຈັດສານພິດຊະນິດນີ້ໄດ້

ແຫຼ່ງອ້າງອີງ: thebustednews

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
8,750FollowersFollow
0SubscribersSubscribe
- Advertisement -spot_img

Latest Articles