11 ພະຈິກ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ ມຸ່ງເນັ້ນປົກປ້ອງສັດລ້ຽງ ແລະ ຍົກສູງການຜະລິດ

ວັນທີ 11 ພະຈິກ ຂອງທຸກໆປີ ສປປ ລາວ ກຳນົດໃຫ້ເປັນ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ ໂດຍອີງຕາມກົດໝາຍວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດ. ວັນດັ່ງກ່າວຍັງຖືເປັນວັນເລີ່ມຕົ້ນຂອງການດຳເນີນຂະບວນການສັກຢາປ້ອງກັນພະຍາດສັດປະຈຳປີທົ່ວປະເທດ.

ການກຳນົດເອົາວັນດັ່ງກ່າວ ມີຈຸດປະສົງເພື່ອສ້າງຈິດສຳນຶກໃຫ້ປະຊາຊົນ ໂດຍສະເພາະຊາວກະສິກອນ ຫັນມາເອົາໃຈໃສ່ວຽກງານການປ້ອງກັນພະຍາດສັດ ຕາມຫຼັກວິຊາການ ແລະ ເຕັກນິກທີ່ຖືກຕ້ອງ. ໂດຍສະເພາະໃນໄລຍະປ່ຽນຜ່ານເຂົ້າສູ່ລະດູໜາວ ເຊິ່ງເປັນໄລຍະທີ່ຕ້ອງເພີ່ມຄວາມໃສ່ໃຈຕໍ່ສຸຂະພາບຂອງສັດລ້ຽງ.

ພ້ອມນີ້ ຍັງເປັນການປຸກລະດົມໃຫ້ມີການສັກຢາປ້ອງກັນພະຍາດສັດລ້ຽງຢ່າງຟົດຟື້ນ ແນໃສ່ຫຼຸດຜ່ອນຄວາມສ່ຽງຈາກການເກີດພະຍາດ, ປົກປ້ອງຝູງສັດຂອງຊາວກະສິກອນ ພ້ອມທັງສົ່ງເສີມການຜະລິດສະບຽງອາຫານ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວ ຊຶ່ງຈະປະກອບສ່ວນຕໍ່ການພັດທະນາຂະແໜງກະສິກຳ ແລະ ເສດຖະກິດຂອງປະເທດໃຫ້ເຕີບໂຕຢ່າງຍືນຍົງ.

ສັກຢາປ້ອງກັນພະຍາດສັດຕາມກຳນົດ ເພື່ອສຸຂະພາບສັດລ້ຽງທີ່ດີ ແລະ ຄວາມໝັ້ນຄົງດ້ານອາຫານ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
8,752FollowersFollow
0SubscribersSubscribe
- Advertisement -spot_img

Latest Articles