ນະຄອນຫຼວງວຽງຈັນ ເປີດເຜີຍອັດຕາປະລະການຮຽນປີ 2026 ສູງກວ່າເປົ້າໝາຍ ໂດຍສະເພາະເມືອງສັງທອງ

ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ເຊິ່ງເປີດຂຶ້ນໃນວັນທີ 10 ຕຸລາ 2026 ພາຍໃຕ້ການເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ ໄດ້ຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາ ກ່ຽວກັບສະພາບການສຶກສາ, ບັນຫາການປະລະການຮຽນຂອງນັກຮຽນຊັ້ນປະຖົມ ແລະ ມັດທະຍົມ ລວມທັງບັນຫາການຂາດແຄນຄູສອນໃນເຂດຊານເມືອງ ໂດຍສະເພາະເມືອງສັງທອງ ແລະ ເມືອງປາກງື່ມ.

ທ່ານ ນາງ ບົວວອນ ສຸກລາແສງ ໃຫ້ຮູ້ວ່າ ບັນຫາການປະລະການຮຽນຂອງນັກຮຽນຊັ້ນປະຖົມ ແລະ ມັດທະຍົມ ຍັງເປັນບັນຫາທ້າທາຍສຳຄັນສຳລັບຂະແໜງການສຶກສາຂອງນະຄອນຫຼວງ. ສະເພາະປີ 2026 ອັດຕາການປະລະການຮຽນຊັ້ນປະຖົມຄາດວ່າຈະຢູ່ທີ່ 2,38% ສູງກວ່າຄາດໝາຍທີ່ກຳນົດໄວ້ຕ່ຳກວ່າ 0,4% ຂະນະທີ່ຊັ້ນມັດທະຍົມຕອນຕົ້ນຢູ່ທີ່ 5,35% ສູງກວ່າຄາດໝາຍທີ່ກຳນົດໄວ້ຕ່ຳກວ່າ 4,5%.

ເມື່ອພິຈາລະນາຕາມແຕ່ລະເມືອງ ພົບວ່າ:

– ຊັ້ນປະຖົມ: ເມືອງສັງທອງ ມີອັດຕາປະລະການຮຽນ 2,70% ຂະນະທີ່ເມືອງໄຊເສດຖາ ມີອັດຕາສູງສຸດ 3,82%.

– ຊັ້ນມັດທະຍົມຕອນຕົ້ນ: ເມືອງສັງທອງ​ ມີອັດຕາສູງສຸດ 12,35% ແລະ ເມືອງປາກງື່ມ ມີອັດຕາ 8,17%.

– ຊັ້ນມັດທະຍົມຕອນປາຍ: ເມືອງສັງທອງ​ ມີອັດຕາປະລະການຮຽນສູງສຸດ 9,94%.

ສຳລັບສາເຫດຂອງບັນຫາດັ່ງກ່າວ ຈາກການວິເຄາະພົບວ່າ ມີທັງປັດໄຈພາຍໃນ ແລະ ປັດໄຈພາຍນອກ ທີ່ສົ່ງຜົນຕໍ່ການສືບຕໍ່ຮຽນຂອງນັກຮຽນ. ດັ່ງນັ້ນ ພະແນກສຶກສາທິການ ແລະ ກິລາ ຈຶ່ງໄດ້ກຳນົດມາດຕະການແກ້ໄຂ ໂດຍຜ່ານການປະຊຸມວິເຄາະ-ວິໄຈສະພາບການສຶກສາທົ່ວນະຄອນຫຼວງ ເຊິ່ງມີມາດຕະການສຳຄັນຄື:

1. ແຕ່ງຕັ້ງຄະນະກຳມະການຄົ້ນຄວ້າ ແລະ ຕິດຕາມບັນຫາການປະລະການຮຽນໃນຂັ້ນເມືອງ.

2. ເພີ່ມການຕິດຕາມ ແລະ ບຳລຸງນັກຮຽນທີ່ຮຽນອ່ອນ ໂດຍຈັດໃຫ້ມີການສອນເສີມໃນຊົ່ວໂມງສຸດທ້າຍຂອງແຕ່ລະມື້.

3. ຊຸກຍູ້ໂຮງຮຽນລັດໃຫ້ເອົາໃຈໃສ່ຊ່ວຍເຫຼືອນັກຮຽນທີ່ມີຄວາມຫຍຸ້ງຍາກດ້ານເສດຖະກິດ ພ້ອມທັງສະໜອງປຶ້ມແບບຮຽນໃຫ້ແກ່ນັກຮຽນທີ່ຂາດແຄນ.

4. ສະແຫວງຫາການຮ່ວມມື ແລະ ລະດົມທຶນຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ, ພາກເອກະຊົນ ແລະ ພາກສ່ວນຕ່າງໆ ເພື່ອສະໜັບສະໜູນທຶນການສຶກສາ, ການສ້ອມແປງອາຄານຮຽນ, ການມອບອຸປະກອນການຮຽນ-ການສອນ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ.

ທັງນີ້ ການແກ້ໄຂບັນຫາການປະລະການຮຽນ ຈຳເປັນຕ້ອງອາໄສຄວາມຮ່ວມມືຈາກຫຼາຍພາກສ່ວນ ທັງຄອບຄົວ, ໂຮງຮຽນ, ຂະແໜງການສຶກສາ ແລະ ສັງຄົມ ເພື່ອສ້າງໂອກາດໃຫ້ເດັກທຸກຄົນໄດ້ຮັບການສຶກສາຢ່າງທົ່ວເຖິງ ແລະ ຕໍ່ເນື່ອງ.

ຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
87,400FollowersFollow
0SubscribersSubscribe
- Advertisement -spot_img

Latest Articles