ຂ່າວດີມາແລ້ວ!!! ກົມຈັດຕັ້ງ ສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ ຂໍຖືເປັນກຽດແຈ້ງມາຍັງຊາວຫນຸ່ມລາວ ທີ່ສົນໃຈ ສະຫມັກເຂົ້າ ເປັນລັດຖະກອນ ຂອງສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ ປະຈໍາປີ 2026

I. ມາດຕະຖານ ແລະ ເງື່ອນໄຂ:

1. ຕ້ອງຖືສັນຊາດລາວໂດຍກໍາເນີດ, ມີອາຍຸແຕ່ 18 ປີ ຂຶ້ນໄປ, ແຕ່ບໍ່ເກີນ 35 ປີ;

2. ເປັນພົນລະເມືອງດີ, ມີຄຸນສົມບັດດີ, ບໍ່ເຄີຍມີຄະດີມາກ່ອນ ແລະ ມີຄວາມມັກຮັກໃນວຽກງານ ຊາວຫນຸ່ມ, ເຍົາວະຊົນ, ອະນຸຊົນ;

3. ມີຄວາມຮູ້, ຄວາມສາມາດທີ່ແນ່ນອນ, ມີພອນສະຫວັນ, ມີບຸກຄະລິກດີ, ມີສຸຂະພາບແຂງແຮງດີ, ຮັບປະກັນການປະຕິບັດຫນ້າທີ່ ຢູ່ສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ ແລະ ທ້ອງຖິ່ນໄດ້;

4. ສາມາດນໍາໃຊ້ໂປແກຼມ Microsoft Word, Microsoft Excel, Microsoft PowerPoint.

II. ຄຸນນະວຸດທິ ທີ່ຕ້ອງການ

1. ຕ້ອງຈົບຊັ້ນສູງ ຫຼື ປະລິນຍາຕີ ຂຶ້ນໄປ;

2. ສາຂາວິຊາທີ່ຕ້ອງການ: ວິທະຍາສາດການເມືອງ – ບໍລິຫານລັດຖະກິດ, ການພົວພັນສາກົນ, ບໍລິຫານທຸລະ ກິດ, ນິຕິສາດ-ລັດຖະສາດ, ການເມືອງ-ການປົກຄອງ ແລະ ວິຊາອື່ນໆ ທີ່ກ່ຽວຂ້ອງ;

3. ຮູ້ພາສາຕ່າງປະເທດໃດຫນຶ່ງທີ່ແນ່ນອນ ສາມາດ ອ່ານ, ຂຽນ, ແປໄດ້ໃນລະດັບດີເຊັ່ນ: ພາສາອັງກິດ, ພາສາ ຫວຽດນາມ, ພາສາຈີນ, ພາສາຣັດເຊຍ, ພາສາຝຣັ່ງ, ພາສາຍີ່ປຸ່ນ ແລະ ພາສາອື່ນໆ.

III. ວິທີການສະຫມັກ ແລະ ເວລາສອບເສັງ:

1. ສາມາດພົວພັນເອົາຄໍາຮ້ອງດ້ວຍຕົນເອງ, ໃຫ້ຖືໃບປະກາດ, ໃບຄະແນນຈົບຊັ້ນວິຊາສະເພາະຂອງຕົນມາ ຢັ້ງຢືນ ຢູ່ພະແນກຄຸ້ມຄອງ ພະນັກງານ, ກົມຈັດຕັ້ງ ສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ;

2. ແຈກຢາຍຄໍາຮ້ອງ ໃນວັນທີ 10 ພະຈິກ 2026 (ມີຈໍານວນຈໍາກັດ 50 ຟອມ ເທົ່ານັ້ນ);

3. ປິດຮັບຄໍາຮ້ອງສະຫມັກ ໃນວັນທີ 13 ພະຈິກ 2026;

4. ຕິດລາຍຊື່ນັກສອບເສັງ ໃນວັນທີ 20 ພະຈິກ 2026 ເວລາ 13:30 ໂມງ ກະດານຂ່າວ ສູນກາງຊາວຫນຸ່ມ ປະຊາຊົນປະຕິວັດລາວ;

5. ສອບເສັງພາກຂຽນ ໃນວັນທີ 23 ພະຈິກ 2026 ທີ່ຫ້ອງປະຊຸມຊັ້ນ 3 ຕຶກສິນໄຊ ສຊປລ;

6. ວັນທີ 26 ພະຈິກ 2026 ແຈ້ງລາຍຊື່ຜູ້ເຂົ້າຮ່ວມຮອບສໍາພາດ ຈໍານວນ 25 ສະຫາຍ;

7. ສອບເສັງພາກສໍາພາດ ໃນວັນທີ 27 ພະຈິກ 2026 ( ແມ່ນຈະຄັດເລືອກຈາກພາກຂຽນເອົາ ຈໍານວນ 25 ສະຫາຍ ມາສໍາພາດ ).

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາຊາວຫນຸ່ມລາວຜູ້ທີ່ມີຄວາມສົນໃຈ ເພື່ອຊາບ ແລະ ປະຕິບັດຕາມກໍານົດດ້ວຍ.

ອ່ານເພີ່ມຕື່ມຕາມແຈ້ງການດ້ານລຸ່ມ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
8,750FollowersFollow
0SubscribersSubscribe
- Advertisement -spot_img

Latest Articles