ນະຄອນຫຼວງວຽງຈັນ, ວັນທີ 6 ພະຈິກ 2026 – ກະຊວງການເງິນ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມຮ່ວມ ເພື່ອປຶກສາຫາລືບັນດາວຽກງານສຳຄັນທີ່ຕິດພັນກັບຂະແໜງໂຍທາທິການ ແລະ ຂົນສົ່ງ ໂດຍສຸມໃສ່ການຈັດສັນງົບປະມານກອງທຶນທາງ, ກົນໄກການປັບປຸງຍົກລະດັບທາງຫຼວງແຫ່ງຊາດເລກ 13 ເໜືອ ແຕ່ເມືອງໂພນໂຮງ ຫາ ເມືອງກາສີ ແຂວງວຽງຈັນ ລວມທັງໂຄງການຟື້ນຟູ ແລະ ບູລະນະຮັກສາທາງເລກ 9 ໃນແຂວງສະຫວັນນະເຂດ.
ກອງປະຊຸມດັ່ງກ່າວ ເປັນປະທານໂດຍທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ, ມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍຄະນະກົມ, ຄະນະກຳມະການຄຸ້ມຄອງ ແລະ ສົ່ງເສີມການລົງທຶນ ລວມທັງຜູ້ຕາງໜ້າຈາກສະພາແຫ່ງຊາດ, ອົງການກວດກາແຫ່ງລັດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຸມໃສ່ງົບກອງທຶນທາງ ແລະ ການຍົກລະດັບທາງເລກ 13 ເໜືອ
ທີ່ປະຊຸມໄດ້ຮັບຟັງລາຍງານກ່ຽວກັບການຈັດສັນງົບປະມານໃນໄລຍະຜ່ານມາ ແລະ ແຜນການຈັດສັນງົບປະມານຈາກກອງທຶນທາງສຳລັບປີ 2027 ແລະ ປີຕໍ່ໆໄປ. ເປົ້າໝາຍສຳຄັນແມ່ນເພື່ອໃຫ້ຖະໜົນຫຼວງແຫ່ງຊາດໄດ້ຮັບການສ້ອມແປງ ແລະ ປັບປຸງຍົກລະດັບໃຫ້ເປັນທາງປູຢາງ ຫຼື ທາງເບຕົງຕາມຈຸດຈຳເປັນ ເພື່ອຍົກລະດັບຄວາມສະດວກໃນການສັນຈອນ ແລະ ຮັບປະກັນຄວາມຍືນຍົງຂອງລະບົບຄົມມະນາຄົມ.
ນອກນີ້ ຍັງໄດ້ປຶກສາຫາລືກົນໄກການຈັດຕັ້ງປະຕິບັດໂຄງການປັບປຸງຍົກລະດັບທາງຫຼວງແຫ່ງຊາດເລກ 13 ເໜືອ ໃນຊ່ວງແຕ່ເມືອງໂພນໂຮງ ຫາ ເມືອງກາສີ ແຂວງວຽງຈັນ ເພື່ອໃຫ້ການດຳເນີນງານມີຄວາມຊັດເຈນ ແລະ ສອດຄ່ອງກັບນະໂຍບາຍການພັດທະນາທາງຂອງລັດຖະບານ.
ຕິດຕາມການເກັບຄ່າຜ່ານທາງ ແລະ ໂຄງການຟື້ນຟູທາງເລກ 9
ອີກປະເດັນສຳຄັນ ແມ່ນການຮັບຟັງລາຍງານກ່ຽວກັບການເກັບຄ່າຜ່ານທາງຢູ່ແຕ່ລະສະຖານີ ໂດຍປັດຈຸບັນຍັງນຳໃຊ້ລະບົບໄມ້ກັ້ນ ຫຼື ການເກັບຄ່າຜ່ານທາງແບບ Manual ໃນໄລຍະທີ່ລະບົບເກັບເງິນທັນສະໄໝຍັງບໍ່ທັນພ້ອມນຳໃຊ້.
ພ້ອມກັນນັ້ນ ທີ່ປະຊຸມຍັງໄດ້ພິຈາລະນາໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດເລກ 9 ແຕ່ວົງວຽນໄດໂນເສົາ ນະຄອນໄກສອນພົມວິຫານ ຫາ ຊາຍແດນລາວ-ຫວຽດນາມ ເມືອງເຊໂປນ ແຂວງສະຫວັນນະເຂດ. ບັນດາຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງໄດ້ຮ່ວມປະກອບຄຳຄິດເຫັນ ແລະ ສະເໜີແນວທາງແກ້ໄຂເພື່ອໃຫ້ວຽກງານດັ່ງກ່າວມີປະສິດທິຜົນ.
ຮອງນາຍົກฯ ເນັ້ນການນຳໃຊ້ງົບປະມານໃຫ້ຄຸ້ມຄ່າ ແລະ ໂປ່ງໃສ
ໃນໂອກາດດັ່ງກ່າວ ທ່ານ ສັນຕິພາບ ພົມວິຫານ ໄດ້ໃຫ້ທິດຊີ້ນຳໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບ, ຕິດຕາມກົນໄກການດຳເນີນໂຄງການປັບປຸງທາງເລກ 13 ເໜືອ ແລະ ຈັດສັນງົບປະມານກອງທຶນທາງສຳລັບປີ 2027 ແລະ ປີຕໍ່ໆໄປ ໃຫ້ສອດຄ່ອງກັບສະພາບຕົວຈິງ ແລະ ເກີດປະໂຫຍດສູງສຸດ.
ພ້ອມກັນນີ້ ຍັງເນັ້ນໃຫ້ມີການຄຸ້ມຄອງການຈັດເກັບລາຍຮັບຈາກຄ່າຜ່ານທາງໃຫ້ເປັນເອກະພາບ, ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບກົດໝາຍ ລວມທັງຊອກຫາມາດຕະການທີ່ເໝາະສົມໃນການຟື້ນຟູ ແລະ ບູລະນະຮັກສາທາງເລກ 9.
ການປະຊຸມຮ່ວມລະຫວ່າງສອງກະຊວງໃນຄັ້ງນີ້ ມຸ່ງເນັ້ນການປະສານງານ ແລະ ປັບປຸງກົນໄກດ້ານງົບປະມານ ເພື່ອສະໜັບສະໜູນວຽກງານກໍ່ສ້າງ, ສ້ອມແປງ ແລະ ບູລະນະຮັກສາເສັ້ນທາງຫຼວງແຫ່ງຊາດໃຫ້ມີຄວາມຍືນຍົງ.
ທີ່ມາ: ກະຊວງການເງິນ


