ໄລຍະ 9 ເດືອນ ນະຄອນຫຼວງວຽງຈັນ ເກັບລາຍຮັບໄດ້ເກືອບ 15,000 ຕື້ກີບ ເພີ່ມຂຶ້ນ 32,29%

ໃນໄລຍະ 9 ເດືອນຂອງປີ 2026 ນີ້, ເສດຖະກິດນະຄອນຫຼວງວຽງຈັນ (ນວ) ຂະຫຍາຍຕົວ 6,2% ແລະ ຄາດຄະເນວ່າ ໝົດປີຈະຂະຫຍາຍຕົວໄດ້ 7,6% ທຽບກັບແຜນການປະຈຳປີທີ່ກຳນົດໄວ້ 8%. ຂະນະທີ່ລາຍຮັບງົບປະມານສາມາດຈັດເກັບໄດ້ເຖິງ 14.969,92 ຕື້ກີບ ຫຼື 96,56% ຂອງແຜນການ ເພີ່ມຂຶ້ນ 32,29% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ຂໍ້ມູນດັ່ງກ່າວໄດ້ຖືກລາຍງານໂດຍ ທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ໃນວັນທີ 10 ພະຈິກ 2026 ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 9 ເດືອນ, ຄາດຄະເນໝົດປີ 2026 ພ້ອມທັງທິດທາງແຜນການປະຈຳປີ 2027.

ສຳລັບພາບລວມຂອງເສດຖະກິດ ນວ ມີມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP) 95.351,54 ຕື້ກີບ ທຽບກັບແຜນການທັງປີ 100.427 ຕື້ກີບ ແລະ ມີ GDP ສະເລ່ຍຕໍ່ຫົວຄົນ 106 ລ້ານກີບ ສູງກວ່າແຜນການທີ່ກຳນົດໄວ້ 94,10 ລ້ານກີບ.

ເມື່ອຈຳແນກຕາມຂະແໜງການ ພົບວ່າ:

ຂະແໜງກະສິກຳ ຂະຫຍາຍຕົວ 7% ກວມເອົາ 15,5% ຂອງ GDP ໂດຍການປູກຝັງມີທ່າອ່ຽງດີ ແລະ ການຜະລິດ-ສະໜອງຊີ້ນສັດຄາດວ່າຈະລື່ນແຜນການ.

ຂະແໜງອຸດສາຫະກຳ ຂະຫຍາຍຕົວ 8,3% ກວມເອົາ 47,8% ຂອງ GDP. ແຕ່ມູນຄ່າການຜະລິດຫັດຖະກຳ ແລະ ການຂຸດຄົ້ນແຮ່ທາດຍັງຂະຫຍາຍຕົວຊ້າ ແລະ ຄາດວ່າຈະບໍ່ບັນລຸແຜນການ.

ຂະແໜງບໍລິການ ຂະຫຍາຍຕົວ 6,9% ກວມເອົາ 36,7% ຂອງ GDP. ການຂາຍຍົກ-ຂາຍຍ່ອຍ, ການຈາລະຈອນສິນຄ້າ ແລະ ການຂົນສົ່ງໂດຍສານມີທ່າອ່ຽງດີ ແຕ່ການບໍລິການໂຮງແຮມ-ຮ້ານອາຫານທີ່ຕິດພັນກັບການທ່ອງທ່ຽວຍັງຂະຫຍາຍຕົວຊ້າ.

ດ້ານການເກັບລາຍຮັບງົບປະມານ ໃນໄລຍະ 9 ເດືອນ ສາມາດປະຕິບັດໄດ້ລວມ 14.969,92 ຕື້ກີບ ເທົ່າກັບ 96,56% ຂອງແຜນການ ເພີ່ມຂຶ້ນ 32,29% ຫຼື ເພີ່ມຂຶ້ນປະມານ 3.653,53 ຕື້ກີບ ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ. ໃນນີ້:

ລາຍຮັບສູນກາງ ປະຕິບັດໄດ້ 10.631,87 ຕື້ກີບ ເທົ່າກັບ 100,54% ຂອງແຜນການ.

ລາຍຮັບທ້ອງຖິ່ນ ປະຕິບັດໄດ້ 4.338,05 ຕື້ກີບ ເທົ່າກັບ 88,02% ຂອງແຜນການ.

ສ່ວນຄາດຄະເນໝົດປີ 2026 ນວ ຈະສາມາດເກັບລາຍຮັບໄດ້ 17.112,92 ຕື້ກີບ ຫຼື 110,38% ຂອງແຜນການປີ ທີ່ກຳນົດໄວ້ 15.503,81 ຕື້ກີບ ລື່ນແຜນປະມານ 1.609,11 ຕື້ກີບ. ໃນນີ້ ລາຍຮັບສູນກາງຄາດວ່າຈະບັນລຸ 11.690,80 ຕື້ກີບ ແລະ ລາຍຮັບທ້ອງຖິ່ນ 5.422,13 ຕື້ກີບ.

ດ້ານລາຍຈ່າຍງົບປະມານ ປະຕິບັດໄດ້ 1.084,37 ຕື້ກີບ ເທົ່າກັບ 75,53% ຂອງແຜນການປີ 1.435,72 ຕື້ກີບ. ຄາດຄະເນໝົດປີຈະຄວບຄຸມລາຍຈ່າຍບໍ່ໃຫ້ເກີນແຜນທີ່ສະພາປະຊາຊົນນະຄອນຫຼວງຮັບຮອງໄວ້ ໂດຍຍຶດຖືຫຼັກການປະຢັດ ແລະ ຕ້ານການຟຸມເຟືອຍ. ສຳລັບການດຸ່ນດ່ຽງງົບປະມານ ປະຕິບັດໄດ້ 3.217,84 ຕື້ກີບ ຫຼື 92,12% ຂອງແຜນການ 3.493 ຕື້ກີບ ແລະ ຄາດວ່າໝົດປີຈະສາມາດດຸ່ນດ່ຽງໃຫ້ສູນກາງໄດ້ 100%.

ຜົນການລາຍງານດັ່ງກ່າວສະທ້ອນໃຫ້ເຫັນເຖິງຄວາມຄືບໜ້າຂອງການຈັດເກັບລາຍຮັບ ແລະ ການຂະຫຍາຍຕົວຂອງເສດຖະກິດນະຄອນຫຼວງ ແຕ່ຍັງມີບາງຂະແໜງການທີ່ຈຳເປັນຕ້ອງເລັ່ງປັບປຸງ ເພື່ອໃຫ້ບັນລຸເປົ້າໝາຍແຜນການທີ່ວາງໄວ້.

ທີ່ມາ: ວຽງຈັນໃໝ່

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
61,800FollowersFollow
0SubscribersSubscribe
- Advertisement -spot_img

Latest Articles