Smart & Green Travel! M moneyX ຮ່ວມມືກັບ GSM Green and Smart Mobility JSC ເຊື່ອມໂຍງບໍລິການແທັກຊີໄຟຟ້າ EV ເຂົ້າສູ່ແອັບ M moneyX ຍົກລະດັບປະສົບການການເດີນທາງຍຸກໃໝ່ໃນ ສປປ ລາວ

ນະຄອນຫຼວງວຽງຈັນ, ສປປ ລາວ – ວັນທີ 9 ພະຈິກ 2026 – M moneyX ໜຶ່ງໃນຜູ້ໃຫ້ບໍລິການກະເປົາເງິນດິຈິຕອນຊັ້ນນຳໃນ ສປປ ລາວ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບ GSM Green and Smart Mobility JSC ຜູ້ດຳເນີນທຸລະກິດພາຍໃຕ້ແບຣນ Green SM ຜູ້ໃຫ້ບໍລິການແທັກຊີໄຟຟ້າ 100% ເພື່ອພັດທະນາ ແລະເຊື່ອມໂຍງລະບົບການຈອງ ແລະຮຽກລົດແທັກຊີໄຟຟ້າເຂົ້າສູ່ແອັບພລິເຄຊັນ M moneyX. ການຮ່ວມມືຄັ້ງນີ້ມີເປົ້າໝາຍເພື່ອຍົກລະດັບຄວາມສະດວກສະບາຍໃຫ້ແກ່ຜູ້ໃຊ້ບໍລິການ ໂດຍເຊື່ອມໂຍງການເດີນທາງອັດສະລິຍະເຂົ້າກັບການຊຳລະເງິນດິຈິຕອນຢ່າງຄົບວົງຈອນ.

ພິທີລົງນາມ MOU ດັ່ງກ່າວ ໄດ້ຈັດຂຶ້ນໃນຕອນແລງວັນທີ 9 ພະຈິກ 2026 ທີ່ໂຮງແຮມ Latsavong Wanda Vista Hotel ນະຄອນຫຼວງວຽງຈັນ. ພາຍໃຕ້ການຮ່ວມມືນີ້ ຜູ້ໃຊ້ບໍລິການຈະສາມາດຈອງ ແລະຮຽກລົດແທັກຊີໄຟຟ້າ Green SM ໄດ້ໂດຍກົງຜ່ານແອັບ M moneyX ຊ່ວຍໃຫ້ການເຂົ້າເຖິງບໍລິການຂົນສົ່ງທີ່ເປັນມິດຕໍ່ສິ່ງແວດລ້ອມເປັນໄປຢ່າງສະດວກ ແລະວ່ອງໄວຍິ່ງຂຶ້ນ.

ການລິເລີ່ມຄັ້ງນີ້ ຖືເປັນອີກກ້າວສຳຄັນໃນການເຊື່ອມໂຍງເຕັກໂນໂລຊີການເງິນດິຈິຕອນ (FinTech) ເຂົ້າກັບການຂົນສົ່ງທີ່ເປັນມິດຕໍ່ສິ່ງແວດລ້ອມ (Green Mobility) ຊຶ່ງຈະມີສ່ວນຊ່ວຍຜັກດັນການພັດທະນາລະບົບນິເວດການບໍລິການດິຈິຕອນແບບບູລະນາການໃນ ສປປ ລາວ.

Green SM ເປັນໜຶ່ງໃນຜູ້ບຸກເບີກດ້ານການໃຫ້ບໍລິການແທັກຊີໄຟຟ້າ ແລະການເຊົ່າລົດໄຟຟ້າໃນ ສປປ ລາວ ໂດຍໃຊ້ຍານພາຫະນະໄຟຟ້າ 100% ທີ່ບໍ່ປ່ອຍມົນລະພິດຈາກທໍ່ໄອເສຍ. ນັບແຕ່ເລີ່ມເຂົ້າມາດຳເນີນທຸລະກິດໃນຕະຫຼາດລາວ ບໍລິສັດໄດ້ຂະຫຍາຍການໃຫ້ບໍລິການຈາກນະຄອນຫຼວງວຽງຈັນໄປສູ່ຈຸດໝາຍສຳຄັນອື່ນໆ ລວມມີ ວັງວຽງ, ສະຫວັນນະເຂດ ແລະຈຳປາສັກ ເພື່ອຂະຫຍາຍທາງເລືອກການເດີນທາງສີຂຽວໃຫ້ເຂົ້າເຖິງປະຊາຊົນ ແລະນັກທ່ອງທ່ຽວໃນຫຼາຍພື້ນທີ່ຂອງປະເທດ.

ທ່ານ ຈັນທະລາ ບຸນນະຜົນ, ຮອງອຳນວຍການ ຂະແໜງການຕະຫຼາດ-ການຂາຍ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ, ກ່າວວ່າ: “ການຮ່ວມມືກັບ Green SM Laos ໃນຄັ້ງນີ້ ຖືເປັນອີກກ້າວສຳຄັນໃນການຍົກລະດັບ M moneyX ໃຫ້ກ້າວຂ້າມບົດບາດຂອງການເປັນພຽງກະເປົາເງິນດິຈິຕອນ ໄປສູ່ການເປັນລະບົບນິເວດການບໍລິການທີ່ຄອບຄຸມການໃຊ້ຊີວິດປະຈຳວັນຂອງປະຊາຊົນ. ຜ່ານການຮ່ວມມືນີ້ ລູກຄ້າຈະໄດ້ຮັບຄວາມສະດວກສະບາຍຫຼາຍຂຶ້ນ ທັງການເດີນທາງດ້ວຍລົດໄຟຟ້າທີ່ທັນສະໄໝ ແລະການຊຳລະຄ່າບໍລິການແບບບໍ່ໃຊ້ເງິນສົດ (Cashless) ຜ່ານ M moneyX ໄດ້ຢ່າງສະດວກ ແລະວ່ອງໄວ.”

ທ່ານນາງ ເລ ທິ ຫງອກ ລິງ (Ms. Lê Thị Ngọc Linh), ຮອງຜູ້ອຳນວຍການໃຫຍ່ຝ່າຍປະຕິບັດງານ Green SM Global, ກ່າວເພີ່ມວ່າ: “Green SM ມຸ່ງໝັ້ນທີ່ຈະຂະຫຍາຍການເຂົ້າເຖິງບໍລິການການເດີນທາງສີຂຽວ ແລະເຮັດໃຫ້ການຂົນສົ່ງທີ່ຍືນຍົງເຂົ້າເຖິງຜູ້ໃຊ້ບໍລິການໃນ ສປປ ລາວ ໄດ້ຢ່າງກວ້າງຂວາງ. ການເຊື່ອມໂຍງລະບົບກັບ M moneyX ຈະຊ່ວຍໃຫ້ຜູ້ໃຊ້ງານສາມາດເຂົ້າເຖິງບໍລິການແທັກຊີໄຟຟ້າໄດ້ຢ່າງສະດວກຜ່ານແພລດຟອມດິຈິຕອນທີ່ຄຸ້ນເຄີຍ. ນອກຈາກຈະຊ່ວຍຍົກລະດັບຄວາມສະດວກສະບາຍໃນການເດີນທາງແລ້ວ ການຮ່ວມມືຄັ້ງນີ້ຍັງສະທ້ອນເຖິງຄວາມມຸ່ງໝັ້ນຮ່ວມກັນໃນການສົ່ງເສີມການນຳໃຊ້ພະລັງງານສະອາດ, ຫຼຸດຜ່ອນມົນລະພິດ ແລະຮ່ວມສ້າງອະນາຄົດທີ່ຂຽວສະອາດ ແລະຍືນຍົງໃຫ້ແກ່ສັງຄົມ.”

ທັງສອງຝ່າຍເຊື່ອໝັ້ນວ່າ ການຮ່ວມມືຄັ້ງນີ້ຈະຊ່ວຍສ້າງປະສົບການການເດີນທາງຮູບແບບໃໝ່ ທີ່ຕອບໂຈດຄວາມຕ້ອງການຂອງຜູ້ໃຊ້ບໍລິການໃນ ສປປ ລາວ ໄດ້ດີຍິ່ງຂຶ້ນ. ດ້ວຍການປະສານຈຸດແຂງຂອງບໍລິການການເງິນດິຈິຕອນ ແລະການຂົນສົ່ງທີ່ເປັນມິດຕໍ່ສິ່ງແວດລ້ອມ, M moneyX ແລະ Green SM ມຸ່ງໝາຍທີ່ຈະນຳເອົາທາງເລືອກການເດີນທາງທີ່ທັນສະໄໝ, ສະດວກ ແລະຍືນຍົງ ເຂົ້າມາໃກ້ຕົວຜູ້ໃຊ້ບໍລິການຫຼາຍຂຶ້ນ.

ຜ່ານການຮ່ວມມືຍຸດທະສາດຄັ້ງນີ້ ທັງສອງບໍລິສັດພ້ອມສືບຕໍ່ສົ່ງເສີມນະວັດຕະກຳດິຈິຕອນ, ຜັກດັນການເດີນທາງສີຂຽວ ແລະມີສ່ວນຮ່ວມໃນການສ້າງລະບົບນິເວດການຂົນສົ່ງທີ່ທັນສະໄໝ ແລະຍືນຍົງໃນ ສປປ ລາວ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
1,473FollowersFollow
0SubscribersSubscribe
- Advertisement -spot_img

Latest Articles