ກະຊວງສຶກສາທິການ ແລະ ກິລາ ປະກາດຮັບສະໝັກສອບເສັງຄັດເລືອກບັນຈຸເຂົ້າເປັນລັດຖະກອນໃໝ່ ປະຈຳປີ 2026

ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ປະກາດຮັບສະໝັກສອບເສັງຄັດເລືອກບັນຈຸເຂົ້າເປັນລັດຖະກອນໃໝ່ ຂອງ ກະຊວງສຶກສາທິການ ແລະ ກິລາ ປະຈຳປີ 2026, ມີລາຍລະອຽດດັ່ງນີ້:

1. ວິຊາສະເພາະທີ່ຕ້ອງການ:

1) ສາຂາ ລັດຖະສາດ;

2) ສາຂາ ບໍລິຫານການສຶກສາ;

3) ສາຂາ ພັດທະນາຊົນນະບົດ ແລະ ຊຸມຊົນ;

4) ສາຂາ ພາສາອັງກິດ;

5) ສາຂາ ຄະນິດສາດນໍາໃຊ້;

6) ສາຂາ ການບັນຊີ;

7) ສາຂາ ການກວດສອບ;

8 ) ສາຂາ ວິທະຍາສາດຄອມພິວເຕີ;

9) ສາຂາ ICT;

10) ສາຂາ ສະຖາປັດຕະຍະກຳສາດ;

11) ສາຂາ ການກິລາ.

2. ເງື່ອນໄຂຜູ້ສະໝັກ:

1) ຄົນສັນຊາດລາວໂດຍກຳເນີດ ແລະ ມີອາຍຸ 18 – 35 ປີ;

2) ມີປະຫວັດການກຳເນີດ, ການເຄື່ອນໄຫວຂອງຕົນເອງ ແລະ ຄອບຄົວຈະແຈ້ງ;

3) ມີປະກາສະນີຍະບັດວິຊາສະເພາະຈົບປະລິນຍາຕີຂຶ້ນໄປ, ມີຄະແນນສະສົມສະເລ່ຍ (GPA) 3.00 ຂຶ້ນໄປ;

4) ບໍ່ເຄີຍຖືກສານປະຊາຊົນຕັດສິນລົງໂທດ;

5) ມີສຸຂະພາບແຂງແຮງສົມບູນດີ.

ຜູ້ທີ່ມີຄວາມສົນໃຈສາມາດພົວພັນຊື້ຄໍາຮ້ອງນໍາ ກົມຈັດຕັ້ງ, ກະຊວງສຶກສາທິການ ແລະ ກິລາໄດ້ ໃນໂມງ​ ວັນລັດຖະການ ສໍານັກງານກະຊວງສຶກສາທິການ ແລະ ກິລາ (ຕຶກ A1) ນັບແຕ່ວັນທີ 9-16 ພະຈິກ 2026 ເປັນຕົ້ນໄປ ແລະ ມື້ປິດຮັບຄໍາຮ້ອງ ວັນທີ 17 ພະຈິກ 2026.

ລາຍລະອຽດ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
1,473FollowersFollow
0SubscribersSubscribe
- Advertisement -spot_img

Latest Articles