ນະຄອນຫຼວງວຽງຈັນ, ວັນທີ 9 ພະຈິກ 2026 – ນະຄອນຫຼວງວຽງຈັນກຽມຄວາມພ້ອມຈັດງານບຸນນະມັດສະການພະທາດຫຼວງ ພ້ອມງານວາງສະແດງ ແລະ ຈຳໜ່າຍສິນຄ້າປະຈຳປີ 2026 ລະຫວ່າງວັນທີ 20–24 ພະຈິກ 2026 ຢູ່ບໍລິເວນອົງພະທາດຫຼວງ ນະຄອນຫຼວງວຽງຈັນ ພາຍໃຕ້ຄຳຂວັນ “ຮ່ວມກັນອະນຸລັກຮັກສາວັດທະນະທຳລາວ”.
ງານບຸນນະມັດສະການພະທາດຫຼວງ ເປັນປະເພນີສຳຄັນອັນເປັນເອກະລັກຂອງຊາດລາວ ທີ່ຈັດຂຶ້ນເປັນປະຈຳທຸກປີໃນໄລຍະວັນເພັງເດືອນ 12 ຕາມປະຕິທິນຈັນທະຄະຕິ. ສຳລັບປີ 2026 ວັນເພັງກົງກັບວັນທີ 24 ພະຈິກ ເຊິ່ງເປັນມື້ສຳຄັນຂອງງານບຸນ ໂດຍມີພິທີກຳທາງສາສະໜາ ແລະ ກິດຈະກຳຕາມຮີດຄອງປະເພນີຫຼາຍລາຍການ.
ກຳນົດການກິດຈະກຳສຳຄັນ
– ວັນທີ 20 ພະຈິກ ເວລາ 16:30 ໂມງ: ພິທີເປີດງານບຸນນະມັດສະການພະທາດຫຼວງ ປະຈຳປີ 2026.
– ວັນທີ 21 ພະຈິກ ເວລາ 16:30 ໂມງ: ກິດຈະກຳຄົບງັນຕາມປະເພນີ.
– ວັນທີ 22 ພະຈິກ ເວລາ 16:00 ໂມງ: ພິທີສູດປະລິດຕະມຸງຄຸນ ຢູ່ອົງພະທາດຫຼວງ.
– ວັນທີ 23 ພະຈິກ ເວລາ 14:00 ໂມງ: ພິທີແຫ່ຜາສາດເຜິ້ງ ຈາກວັດສີເມືອງ ໄປຍັງອົງພະທາດຫຼວງ.
– ວັນທີ 24 ພະຈິກ (ວັນເພັງ):
– ເວລາ 07:00 ໂມງ: ພິທີໃສ່ບາດ ແລະ ຖວາຍສັງຄະທານ ໂດຍມີພະສົງຈາກທົ່ວປະເທດເຂົ້າຮ່ວມ.
– ເວລາ 13:00 ໂມງ: ພິທີແຫ່ລູກຄີ ແລະ ການແຂ່ງຂັນກິລາພື້ນເມືອງຕີຄີ.
– ເວລາ 19:00 ໂມງ: ພິທີວຽນທຽນຮອບອົງພະທາດຫຼວງ ພ້ອມຈູດທູບທຽນ ແລະ ບັ້ງໄຟດອກເພື່ອບູຊາອົງພະທາດຫຼວງ.
ພາຍໃນງານມີຫຼາຍກິດຈະກຳ
ນອກຈາກພິທີກຳທາງສາສະໜາ ແລະ ກິດຈະກຳຕາມຮີດຄອງປະເພນີແລ້ວ ພາຍໃນງານຍັງຈະມີການວາງສະແດງ ແລະ ຈຳໜ່າຍສິນຄ້າ, ການສະແດງຄອນເສີດ ພ້ອມກິດຈະກຳບັນເທີງອື່ນໆ ເພື່ອສ້າງບັນຍາກາດຄຶກຄື້ນ ແລະ ເປີດໂອກາດໃຫ້ປະຊາຊົນ ລວມທັງນັກທ່ອງທ່ຽວ ໄດ້ເຂົ້າຮ່ວມສຳຜັດກັບບັນຍາກາດງານບຸນປະເພນີອັນສຳຄັນຂອງຊາດລາວ.
ງານບຸນນະມັດສະການພະທາດຫຼວງປະຈຳປີ 2026 ຈຶ່ງເປັນອີກໜຶ່ງໂອກາດສຳຄັນໃນການສືບສານ ແລະ ອະນຸລັກຮັກສາມູນເຊື້ອວັດທະນະທຳລາວ ໃຫ້ຄົງຢູ່ຄູ່ກັບສັງຄົມລາວສືບໄປ.
ທີ່ມາ: ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ


