ເມືອງທຸລະຄົມ, ແຂວງວຽງຈັນ – ບຸນຊ່ວງເຮືອປະເພນີ ແຂວງວຽງຈັນ ປະຈຳປີ 2026 ທີ່ທ່ານ້ຳບ້ານເກີນກາງ ເມືອງທຸລະຄົມ ມີຄວາມພ້ອມໃນການຈັດງານແລ້ວ 100% ໂດຍມີທີມເຮືອປະເພດ 55 ສີພາຍ ຈຳນວນ 19 ລຳ ຈາກຫຼາຍພື້ນທີ່ເຂົ້າຮ່ວມຊິງໄຊ ເພື່ອປະຊັນຄວາມໄວ ແລະ ຄວາມພ້ອມພຽງຂອງຝີພາຍ.
ທ່ານ ລຳທອງ ຊາມຸນຕີ ຮອງຫົວໜ້າຫ້ອງການສຶກສາເມືອງທຸລະຄົມ ແລະ ເປັນຄະນະອະນຸກຳມະການຈັດການແຂ່ງຂັນ, ພິທີການ, ພິທີກອນພາກສະໜາມ ແລະ ສິລະປະ ໄດ້ໃຫ້ຂໍ້ມູນວ່າ ການກະກຽມຈັດງານບຸນຊ່ວງເຮືອປະເພນີໃນປີນີ້ມີຄວາມພ້ອມແລ້ວ 100% ໂດຍມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 19 ລຳ ປະກອບມີ:
ລາຍຊື່ເຮືອທີ່ເຂົ້າຮ່ວມ 19 ລຳ
1. ເຮືອຊ່ວງຍຸງທອງວິໄລນາວາ ຂອງພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ (ເມືອງວຽງຄຳ).
2. ເຮືອຊ່ວງຫຼວງປູ່ພຣະຂາວ ບ້ານເກີນເໜືອ.
3. ເຮືອຊ່ວງເຈົ້າແມ່ວັດກາງ ບ້ານເກີນກາງ.
4. ເຮືອຊ່ວງແຟມິລີ-ທິດາສອງນາງ ບ້ານເກີນກາງ.
5. ເຮືອຈາກບ້ານເກີນໃຕ້.
6. ເຮືອຊ່ວງເທບໂພໄຊ ບ້ານຫາດໄຊ.
7. ເຮືອຊ່ວງບ້ານບຸ່ງພ້າວເໜືອ.
8. ເຮືອຊ່ວງອຳມະລິດພິຊິດໄຊ ບ້ານບຸ່ງພ້າວໃຕ້.
9. ເຮືອຈາກບ້ານລິ່ງຊັນ.
10. ເຮືອຊ່ວງນາງສາວວົງເພັດ ບ້ານແຈ້ງ.
11. ເຮືອຊ່ວງເພັດພູຄຳ ບ້ານຈຸ້ມ.
12. ເຮືອຊ່ວງເຈົ້າພໍ່ຫາດຄູນ ບ້ານຫາດສວນ.
13. ເຮືອຊ່ວງເຈົ້າແມ່ນາງນ້ອຍ ບ້ານຫາດສວນ.
14. ເຮືອຈາກບ້ານຕານປ່ຽວ.
15. ເຮືອຊ່ວງພະແນກໂຍທາທິການ ແລະ ຂົນສົ່ງແຂວງວຽງຈັນ ບ້ານຕານປ່ຽວ ອຸປະຖຳໂດຍບໍລິສັດ ນ້ຳເພັດຈະເລີນຊັບ.
16. ເຮືອຊ່ວງນາງສາວກອງມະນີຄຳ ບ້ານຫາດສ້ຽວ.
17. ເຮືອຊ່ວງເທບຫົງຄຳ ບ້ານຫາດກ້ຽງ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
18. ເຮືອຊ່ວງນາງສາວບຸນເລີດ × ສອງອ້າຍນ້ອງຟາຣ໌ມ ບ້ານຖິ່ນເພຍ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
19. ເຮືອຊ່ວງອີ່ຫົງແມ່ຍ່າ-ພັນທະມິດກຣຸບ ບ້ານສີໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ກຳນົດການແຂ່ງຂັນ 14–15 ພະຈິກ 2026
ສຳລັບກຳນົດການແຂ່ງຂັນ ແມ່ນຈະຈັດຂຶ້ນເປັນ 2 ມື້ ຄື:
• ວັນທີ 14 ພະຈິກ 2026: ແຂ່ງຂັນເຮືອຍາວປະເພດ 12 ສີພາຍ.
• ວັນທີ 15 ພະຈິກ 2026: ແຂ່ງຂັນເຮືອຍາວຂະໜາດໃຫຍ່ ປະເພດ 55 ສີພາຍ ທັງ 2 ສາຍ.
ພາຍໃນງານ ຜູ້ເຂົ້າຮ່ວມຈະໄດ້ພົບກັບຫຼາຍທີມເຮືອຊື່ດັງ ທີ່ຈະມາປະຊັນຄວາມໄວ, ຄວາມພ້ອມພຽງ ແລະ ພະລັງຂອງຝີພາຍ ສ້າງບັນຍາກາດການແຂ່ງຂັນທີ່ມ່ວນຊື່ນ ແລະ ຕື່ນເຕັ້ນ.
ທີ່ມາ: ພະແນກສຶກສາທິການ ແລະ ກິລາ
ແຂວງວຽງຈັນ


