ຍີ່ປຸ່ນມອບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງ ມູນຄ່າກວ່າ 955 ລ້ານເຢນ ໃຫ້ ສປປ ລາວ

ລັດຖະບານຍີ່ປຸ່ນ ໄດ້ມອບອຸປະກອນ ແລະ ລົດກົນຈັກສຳລັບບູລະນະສ້ອມແປງຂົວ-ທາງ ມູນຄ່າ 955.838.000 ເຢນ ໃຫ້ແກ່ ສປປ ລາວ ພາຍໃຕ້ໂຄງການພັດທະນາເສດຖະກິດ-ສັງຄົມ. ພິທີມອບ-ຮັບ ໄດ້ຈັດຂຶ້ນທີ່ລັດວິສາຫະກິດກໍ່ສ້າງທາງ 8.

ເຂົ້າຮ່ວມພິທີມີ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ສົມມາດ ພົລເສນາ ອະດີດຮອງປະທານສະພາແຫ່ງຊາດ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍຕາງໜ້າພາກສ່ວນທີ່ກ່ຽວຂ້ອງ.

ການມອບຄັ້ງນີ້ ເປັນສ່ວນໜຶ່ງຂອງທຶນຊ່ວຍເຫຼືອລ້າ ມູນຄ່າລວມ 1.700 ລ້ານເຢນ. ສ່ວນທີ່ເຫຼືອ ແມ່ນກຳລັງດຳເນີນການ ແລະ ຈະມອບໃຫ້ໃນຄັ້ງຕໍ່ໄປ.

ອຸປະກອນ ແລະ ລົດກົນຈັກດັ່ງກ່າວ ຈະຖືກນຳໃຊ້ເຂົ້າໃນວຽກງານສ້ອມແປງຂົວ-ທາງ ທີ່ເສຍຫາຍຈາກໄພທຳມະຊາດ, ຊ່ວຍຫຼຸດຜ່ອນເວລາ ແລະ ຕົ້ນທຶນໃນການສ້ອມແປງ ພ້ອມທັງຍົກລະດັບຄວາມສາມາດຂອງບຸກຄະລາກອນ. ສິ່ງນີ້ຈະປະກອບສ່ວນເສີມສ້າງການເຊື່ອມໂຍງດ້ານຄົມມະນາຄົມຂົນສົ່ງ ແລະ ການພັດທະນາເສດຖະກິດ-ສັງຄົມຂອງລາວ.

ກ່ອນໜ້ານີ້, ໃນປີ 2025, ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ກໍໄດ້ມອບອຸປະກອນບູລະນະຂົວ-ທາງ ມູນຄ່າ 1.500 ລ້ານເຢນ ໃຫ້ ສປປ ລາວ ເພື່ອສະໜັບສະໜູນວຽກງານສ້ອມແປງເສັ້ນທາງທີ່ເສຍຫາຍຈາກໄພທຳມະຊາດ ແລະ ຍົກລະດັບຄຸນນະພາບໂຄງລ່າງພື້ນຖານຄົມມະນາຄົມ ໃຫ້ທັນສະໄໝ ແລະ ມີປະສິດທິພາບ.

ແຫຼ່ງຂ່າວ: ວຽງຈັນໃໝ່

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
1,473FollowersFollow
0SubscribersSubscribe
- Advertisement -spot_img

Latest Articles