ປະເທດເບຣຊິນ ເປີດທາງໃຫ້ສັດລ້ຽງຈົດທະບຽນໃຊ້ນາມສະກຸນຮ່ວມກັບເຈົ້າຂອງໄດ້ແລ້ວ

ເປັນຂ່າວດີທີ່ເຮັດໃຫ້ຄົນຮັກສັດທົ່ວໂລກຕ້ອງຍິ້ມຕາມ! ເມື່ອປະເທດເບຣຊິນ ໄດ້ເປີດໃຫ້ເຈົ້າຂອງສັດລ້ຽງ ສາມາດນຳນ້ອງໝາ ແລະ ນ້ອງແມວ ເຂົ້າຮັບການຈົດທະບຽນຢ່າງເປັນທາງການ ຜ່ານສຳນັກງານຮັບຮອງເອກະສານໂດຍສາມາດ ໃຊ້ນາມສະກຸນດຽວກັນກັບເຈົ້າຂອງ ຫຼື ຜູ້ປົກຄອງໄດ້ຢ່າງເຕັມຮູບແບບ.

ຈາກ “ສັດລ້ຽງ” ສູ່ “ສະມາຊິກຄອບຄົວ” ຢ່າງສົມບູນແບບ: ການຈົດທະບຽນນີ້ ໝາຍຄວາມວ່າ ສັດ 4 ຂາ ຈະບໍ່ໄດ້ມີຖານະເປັນພຽງແຕ່ສັດລ້ຽງອີກຕໍ່ໄປ ແຕ່ໄດ້ຮັບການຮັບຮອງໃຫ້ເປັນ ສະມາຊິກໃນຄອບຄົວທີ່ມີທັງຊື່ ແລະ ນາມສະກຸນດຽວກັນກັບຄົນໃນເຮືອນ.

ອົບອຸ່ນຫົວໃຈຄົນຮັກສັດ: ເພາະສຳລັບຄົນທີ່ຮັກສັດແລ້ວ ນ້ອງໝາ ແລະ ນ້ອງແມວ ບໍ່ໄດ້ເປັນພຽງແຕ່ສັດລ້ຽງ ແຕ່ເຂົາເຈົ້າຄື “ລູກ”, ຄື “ໝູ່” ແລະ ຄືສະມາຊິກຄົນສຳຄັນຂອງຄອບຄົວທີ່ຄອຍສ້າງຮອຍຍິ້ມ ແລະ ຄວາມສຸກໃຫ້ເຮົາໃນທຸກໆມື້.

ຖ້າຫາກຢູ່ເຮືອນເຮົາ ຫຼື ປະເທດອື່ນໆ ມີນະໂຍບາຍແບບນີ້ແດ່ ຮັບຮອງວ່າພໍ່ໆ ແມ່ໆ ທາດໝາທາດແມວ ຕ້ອງຟ້າວຫອບລູກໆ 4 ຂາ ໄປຕໍ່ຄິວຈົດທະບຽນ ເອົານາມສະກຸນປະຈຳຕະກຸນກັນຢ່າງຄຶກຄື້ນແນ່ນອນ.

📌 ແຫຼ່ງທີ່ມາ: Brazilian Notary Offices / Cartórios de Notas do Brasil

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
1,473FollowersFollow
0SubscribersSubscribe
- Advertisement -spot_img

Latest Articles