“ຕຶກ Merdeka 118” ຕັ້ງຢູ່ໃຈກາງນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ເຊິ່ງໄດ້ຮັບການບັນທຶກ ແລະ ຍອມຮັບຢ່າງເປັນທາງການແລ້ວວ່າ ເປັນຕຶກທີ່ສູງທີ່ສຸດໃນພາກພື້ນອາຊີ ແລະ ເປັນຕຶກທີ່ສູງທີ່ເປັນອັນດັບ 2 ຂອງໂລກ ຮອງຈາກ Burj Khalifa ທີ່ນະຄອນດູໄບ.
ໄຂຄວາມລັບຄວາມຍິ່ງໃຫຍ່: ຕຶກນີ້ມີຫຍັງໜສົນໃຈແດ່?
1. ຄວາມສູງສຽດຟ້າ: ຕຶກ Merdeka 118 ມີຄວາມສູງເຖິງ 678.9 ແມັດ ປະກອບດ້ວຍຈໍານວນຊັ້ນທັງໝົດ 118 ຊັ້ນ ເຊິ່ງຄວາມສູງອັນໂດດເດັ່ນນີ້ ເຮັດໃຫ້ມັນກາຍເປັນສັນຍະລັກອັນສົດໃສ ແລະ ທັນສະໄໝແຫ່ງຍຸກຂອງປະເທດມາເລເຊຍ.
2. ແຮງບັນດານໃຈ ແລະ ການອອກແບບ: ຮູບຊົງຂອງຕຶກຖືກອອກແບບມາຢ່າງເປັນເອກະລັກ ໂດຍໄດ້ຮັບແຮງບັນດານໃຈມາຈາກທ່າທາງຂອງ ຕອນທີ່ ຕຸນ ຕຸງກູ ອັບດຸນ ຣາມານ (Tunku Abdul Rahman) ຜູ້ນຳພາປະເທດຜູ້ກໍ່ຕັ້ງ ເວລາທີ່ເພິ່ນຍົກມືຂຶ້ນປະກາດເອກະລາດເມື່ອປີ 1957 ໂດຍຄຳວ່າ “Merdeka” ໃນພາສາມາເລເຊຍ ແປວ່າ “ອິດສະລະພາບ” ນັ້ນເອງ.
3. ສູນລວມຄວາມ ວີໄອພີ (VIP) ລະດັບໂລກ: ພາຍໃນຕຶກແຫ່ງນີ້ ເຕັມໄປດ້ວຍພື້ນທີ່ແບບຄົບວົງຈອນ ເຊັ່ນ: ໂຮງແຮມຊັ້ນນໍາ, ອາພາດເມັນສຸດຫຼູຫຼາ, ຫ້ອງການທຸລະກິດຂະໜາດໃຫຍ່, ສູນການຄ້າ ແລະ ຈຸດຊົມວີວທີ່ສູງທີ່ສຸດໃນອາຊີທີ່ຊັ້ນເທິງສຸດ ເຊິ່ງສາມາດເບິ່ງເຫັນທິວທັດຂອງນະຄອນຫຼວງກົວລາລຳເປີໄດ້ແບບ 360 ອົງສາ.
ແຫຼ່ງອ້າງອີງ: on Tall Buildings and Urban Habitat (CTBUH)


