ໃນວັນທີ 6 ພະຈິກ 2026 ນີ້, ເຈົ້າໜ້າທີ່ພາສີແຂວງຈຳປາສັກ ໄດ້ຈັດພິທີທຳລາຍສິນຄ້າປະເພດເບຍທີ່ເສື່ອມຄຸນ ແລະ ໝົດອາຍຸການນຳໃຊ້ ລວມທັງໝົດ 565 ແກັດ ຢູ່ຫຼັກ 16, ເມືອງປະທຸມພອນ ໂດຍມີທ່ານ ວິເລືອງ ວໍລະບຸດ ຮອງຫົວໜ້າພາສີແຂວງ ເປັນປະທານ.
ສຳລັບເບຍທີ່ນຳມາທຳລາຍໃນຄັ້ງນີ້ ປະກອບມີ: ເບຍກະປ໋ອງຍີ່ຫໍ້ SAOLA ຈຳນວນ 379 ແກັດ, ຍີ່ຫໍ້ HUDA ຈຳນວນ 96 ແກັດ ແລະ ຍີ່ຫໍ້ CAMEL ຈຳນວນ 90 ແກັດ. ລວມເປັນ 565 ແກັດ.
ສິນຄ້າດັ່ງກ່າວແມ່ນລາຍງານວ່າ ເຈົ້າໜ້າທີ່ພາສີກວດພົບໃນລົດເມໂດຍສານ ເຊິ່ງຂົນສົ່ງເບຍເຂົ້າມາຍັງແຂວງຈຳປາສັກ ຕາມເສັ້ນທາງເລກທີ 13 ໃຕ້.
ໃນໂອກາດນີ້, ທ່ານ ວິເລືອງ ວໍລະບຸດ ໄດ້ກ່າວວ່າ ການທຳລາຍສິນຄ້າໃນຄັ້ງນີ້ ແມ່ນດຳເນີນການຕາມແຈ້ງການຂອງກົມພາສີ ກະຊວງການເງິນ ເລກທີ 5574/ກພສ, ລົງວັນທີ 8 ມິຖຸນາ 2026 ວ່າດ້ວຍການທຳລາຍຖິ້ມສິນຄ້າທີ່ເສື່ອມຄຸນ ແລະ ໝົດອາຍຸການນຳໃຊ້ ເພື່ອຮັບປະກັນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ ລວມທັງກົດໝາຍ ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງ ໃຫ້ເກີດປະສິດທິຜົນ.
ພິທີດັ່ງກ່າວ ມີການນຳຂະແໜງການທີ່ກ່ຽວຂ້ອງຂອງແຂວງ, ຄະນະກຳມະການຮັບຜິດຊອບການທຳລາຍ ພ້ອມດ້ວຍການນຳ ແລະ ພະນັກງານວິຊາການກອງສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ ພາສີ ເຂົ້າຮ່ວມເປັນສັກຂີພະຍານ.
ການດຳເນີນການຄັ້ງນີ້ ເປັນສ່ວນໜຶ່ງຂອງການຄວບຄຸມ ແລະ ຈັດການສິນຄ້າທີ່ບໍ່ສາມາດນຳໃຊ້ ຫຼື ບໍ່ເໝາະສົມຕໍ່ການຈຳໜ່າຍ ເພື່ອປະຕິບັດຕາມລະບຽບການ ແລະ ກົດໝາຍທີ່ກ່ຽວຂ້ອງ.
ທີ່ມາ: ໜັງສືພິມຈຳປາໃໝ່


