ຣັດເຊຍ ມອບປຶ້ມແບບຮຽນ ແລະ ອຸປະກອນການສຶກສາ ມູນຄ່າກວ່າ 22.000 ໂດລາ ໃຫ້ໂຮງຮຽນລາວທີ່ສອນພາສາຣັດເຊຍ

ສະຫະພັນຣັດເຊຍ ໄດ້ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ລວມມູນຄ່າຫຼາຍກວ່າ 22.000 ໂດລາສະຫະລັດ ໃຫ້ແກ່ບັນດາໂຮງຮຽນໃນ ສປປ ລາວ ທີ່ຈັດການຮຽນ-ການສອນພາສາຣັດເຊຍ ເພື່ອສົ່ງເສີມການຮຽນຮູ້ພາສາຕ່າງປະເທດ ແລະ ຍົກລະດັບຄຸນນະພາບການສຶກສາ.

ພິທີມອບ-ຮັບດັ່ງກ່າວ ຈັດຂຶ້ນໃນວັນທີ 6 ພະຈິກ 2026 ທີ່ສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍ ໂດຍທ່ານ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ ເປັນຜູ້ມອບ ແລະ ທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ເປັນຜູ້ຕາງໜ້າຮັບມອບ ໂດຍມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ຜູ້ອຳນວຍການໂຮງຮຽນເຂົ້າຮ່ວມ.

ສຳລັບສິ່ງຂອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ ປຶ້ມແບບຮຽນພາສາຣັດເຊຍ, ປຶ້ມແບບຝຶກຫັດ ແລະ ປຶ້ມຝຶກຂຽນ ພ້ອມດ້ວຍອຸປະກອນເຕັກນິກສຳລັບການຮຽນ-ການສອນ ເຊັ່ນ: ເຄື່ອງສາຍພາບ (Projector), ຈໍຮັບພາບ, ກະດານຂາວ ແລະ ອຸປະກອນອື່ນໆ ທີ່ຈຳເປັນ ເພື່ອອຳນວຍຄວາມສະດວກ ແລະ ເພີ່ມປະສິດທິຜົນໃນການຈັດການຮຽນ-ການສອນ.

ປັດຈຸບັນ ມີໂຮງຮຽນໃນ ສປປ ລາວ ທີ່ຈັດການຮຽນ-ການສອນພາສາຣັດເຊຍ ທັງໝົດ 14 ແຫ່ງ ປະກອບມີ ໂຮງຮຽນປະຖົມ 5 ແຫ່ງ ແລະ ໂຮງຮຽນມັດທະຍົມ 6 ແຫ່ງ ໃນນະຄອນຫຼວງວຽງຈັນ, ສ່ວນແຂວງຫຼວງພະບາງ ມີໂຮງຮຽນມັດທະຍົມ 3 ແຫ່ງ ລວມທັງໂຮງຮຽນກິນນອນສຳລັບເດັກກຳພ້າ.

ໃນໂອກາດນີ້ ທ່ານ ເຊຣເກ ຊົດສະກີ ໄດ້ເນັ້ນເຖິງຄວາມສຳຄັນຂອງການຮ່ວມມືດ້ານການສຶກສາລະຫວ່າງສະຫະພັນຣັດເຊຍ ແລະ ສປປ ລາວ ທີ່ນັບມື້ນັບຂະຫຍາຍຕົວ ແລະ ມີຫຼາຍມິຕິ ໂດຍມີບົດບາດສຳຄັນໃນການເສີມສ້າງສາຍພົວພັນສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ ທັງດ້ານສັງຄົມ-ການເມືອງ ແລະ ເສດຖະກິດ.

ການສະໜັບສະໜູນຄັ້ງນີ້ ຖືເປັນອີກກ້າວສຳຄັນໃນການສົ່ງເສີມໂອກາດການຮຽນຮູ້ພາສາຣັດເຊຍ ແລະ ສ້າງພື້ນຖານການພັດທະນາການສຶກສາ ພ້ອມທັງຊຸກຍູ້ມິດຕະພາບ ແລະ ການຮ່ວມມືລະຫວ່າງລາວ-ຣັດເຊຍ ໃຫ້ຍືນຍົງຕໍ່ໄປ.

ທີ່ມາ: ປະຊາຊົນ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
1,473FollowersFollow
0SubscribersSubscribe
- Advertisement -spot_img

Latest Articles