ອີງຕາມຂ່າວຈາກ ຄະນະຜູ້ຕາງໜ້າຖາວອນລາວ ປະຈຳສະຫະປະຊາຊາດ: ໃນວັນທີ 4 ພະຈິກ 2026 ຜ່ານມາ, ທີ່ນະຄອນນິວຢອກ ສະຫະລັດອາເມລິກາ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກພູຖານ ໄດ້ຈັດພິທີຮ່ວມລົງນາມໃນຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ.
ຕາງໜ້າຝ່າຍລາວໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແລະ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳອົງການສະຫະປະຊາຊາດ ທີ່ນິວຢອກ; ສ່ວນຝ່າຍພູຖານໂດຍ ທ່ານ ເທັນຊິນ ຣົນເດລ ວັງຊຸກ (Tenzin Rondel Wangchuk), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແລະ ຜູ້ຕາງໜ້າຖາວອນແຫ່ງຣາຊະອານາຈັກພູຖານ ປະຈຳອົງການສະຫະປະຊາຊາດ ທີ່ນິວຢອກ, ໂດຍມີນັກການທູດຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ການລົງນາມຄັ້ງນີ້ ຖືເປັນກ້າວສຳຄັນໃນການສ້າງຮາກຖານສາຍພົວພັນທາງການທູດ ລະຫວ່າງ ລາວ ແລະ ພູຖານ ເພື່ອເປີດໂອກາດໃຫ້ສອງປະເທດໄດ້ສົ່ງເສີມມິດຕະພາບ, ຄວາມເຂົ້າໃຈ ແລະ ຂະຫຍາຍການຮ່ວມມືໃນດ້ານຕ່າງໆ ໃນອະນາຄົດ.
ທີ່ມາ: Lao Permanent Mission to the United Nations


