09​ ພະຈິກ​ 2026 ແມ່ນວັນຊາດຂອງປະເທດກຳປູເຈຍ​ ເຊິ່ງປີນີ້​ ຄົບຮອບ​ 73​ ປີ,​ (09/11​/1953-09/11/2026)

ປະເທດກຳປູເຈຍຕັ້ງຢູ່ພາກໃຕ້ສຸດຂອງແຫຼມອິນດູຈີນ ໂດຍທິດເໜືອຕິດກັບ ສປປ ລາວ ແລະ ​ປະເທດ ໄທ, ທິດໃຕ້ ແລະ ທິດຕາເວັນອອກຕິດກັບ​ ​ປະເທດ ຫວຽດນາມ ແລະ ທິດຕາເວັນຕົກ ຕິດກັບ ​ປະເທດໄທ​ ມີເນື້ອທີ່ 181,035 ກິໂລ​ຕາແມັດ​ ແລະ​ ເຂົ້າເປັນສະມາຊິກອາຊຽນ ໃນວັນທີ​ ​30 ເມສາ​ 1999.

ກຳປູເຈຍເປັນປະເທດໜຶ່ງທີ່ມີວັດທະນະທຳອັນເກົ່າແກ່ຫຼາຍກວ່າ 2,000 ປີມາແລ້ວ ເຊິ່ງເຄີຍເປັນອານາຈັກທີ່ຮຸ່ງເຮືອງທີ່ສຸດ ແລະ ແຜ່ອິດທິພົນໄປທົ່ວພາກພື້ນ. ຈິ່ງເຮັດໃຫ້ປະເທດກຳປູເຈຍກາຍເປັນປະເທດທີ່ມີຊື່ສຽງທາງດ້ານການທ່ອງທ່ຽວຂອງໂລກ.

​ສ່ວນພາສາທາງການແມ່ນພາສາ ຂະແມ ແລະ ນັບຖື ສາສະໜາພຸດ ເປັນ​ສ່ວນໃຫຍ່.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
1,473FollowersFollow
0SubscribersSubscribe
- Advertisement -spot_img

Latest Articles