ອຸດົມໄຊທຳລາຍເບຍລັກລອບນຳເຂົ້າ 3,566 ແກັດ ຫຼັງກວດຢຶດໄດ້ 3 ຄັ້ງ

ແຂວງອຸດົມໄຊ ຈັດພິທີທຳລາຍເບຍທີ່ລັກລອບນຳເຂົ້າ ຫຼື ນຳເຂົ້າໂດຍບໍ່ຜ່ານພິທີການທາງພາສີ ຈຳນວນລວມ 3,566 ແກັດ ໃນຕອນບ່າຍວັນທີ 5 ພະຈິກ 2026 ທີ່ສະໜາມກິລາແຂວງອຸດົມໄຊ ໂດຍມີຕາງໜ້າພະແນກການເງິນ, ຂະແໜງພາສີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເບຍທີ່ນຳມາທຳລາຍມີ 2 ຍີ່ຫໍ້ ປະກອບມີ ເບຍຈີນຍີ່ຫໍ້ ແຣນເດວ ສີແດງ ຂະໜາດ 330 ມິນລີລິດ ຈຳນວນ 1,290 ແກັດ ແລະ ເບຍຈີນຈຸງຊຽງໄຕ ສີຂຽວ ຂະໜາດ 330 ມິນລີລິດ ຈຳນວນ 2,276 ແກັດ ລວມທັງໝົດ 3,566 ແກັດ.

ຕາມລາຍງານຂອງຂະແໜງພາສີແຂວງ ເບຍຈຳນວນດັ່ງກ່າວແມ່ນໄດ້ຈາກການກວດກາ ແລະ ສະກັດກັ້ນການລັກລອບນຳເຂົ້າສິນຄ້າ ໂດຍອາໄສການປະສານງານກັບແຫຼ່ງຂ່າວພາຍໃນແຂວງ ແລະ ບັນດາແຂວງທີ່ມີການຂົນຍ້າຍສິນຄ້າເຂົ້າມາອຸດົມໄຊ ຈົນສາມາດກວດຢຶດໄດ້ທັງໝົດ 3 ຄັ້ງ.

ການທຳລາຍເບຍຄັ້ງນີ້ ໄດ້ຮັບຄວາມເຫັນດີຈາກກົມພາສີ ແລະ ດຳເນີນການຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ສຳລັບວິທີການທຳລາຍ ແມ່ນໃຊ້ລົດຢຽບກະປ໋ອງເບຍໃຫ້ແຕກ ເພື່ອປ່ອຍນ້ຳເບຍລົງສູ່ຂຸມທີ່ກຽມໄວ້ ຈາກນັ້ນຈຶ່ງນຳດິນມາຖົມປິດ ສ່ວນກະປ໋ອງທີ່ເສຍຫາຍແມ່ນເກັບມ້ຽນໄວ້ຢ່າງເໝາະສົມ.

ການດຳເນີນການຄັ້ງນີ້ ເປັນຜົນຈາກການກວດກາ ແລະ ສະກັດກັ້ນການລັກລອບນຳເຂົ້າສິນຄ້າ ພ້ອມທັງສະທ້ອນເຖິງການບັງຄັບໃຊ້ລະບຽບການທາງພາສີ ເພື່ອຄຸ້ມຄອງການນຳເຂົ້າສິນຄ້າໃຫ້ເປັນໄປຕາມກົດໝາຍ.

ທີ່ມາ: ສະຖານີໂທລະພາບ ແຂວງ ອຸດົມໄຊ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
17,000FollowersFollow
0SubscribersSubscribe
- Advertisement -spot_img

Latest Articles