ຄົບຮອບ 5ປີ ຫວຽດນາມເປີດນຳໃຊ້ທາງລົດໄຟດິຕິຕອນ

ວັນທີ 6 ພະຈິກ 2021, ກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ ແລະ ນະຄອນຫຼວງ ຮ່າໂນ້ຍ ໄດ້ຈັດພິທີມອບ-ຮັບ ໂຄງການທາງລົດໄຟຕົວເມືອງ ສາຍ ແຄັດລິນ – ຮ່າດົງ ຢ່າງເປັນທາງການ.

ທາງລົດໄຟໃນຕົວເມືອງສາຍທຳອິດຂອງນະຄອນຫຼວງຮ່າໂນ້ຍ ກໍຄືຂອງທົ່ວປະເທດ ຫວຽດນາມ ໄດ້ເລີ່ມເປີດໃຫ້ບໍລິການ ຮັບຮອງການເດີນທາງຂອງປະຊາຊົນ, ເຊິ່ງເປັນການເປີດສາກຮູບແບບການຂົນສົ່ງສາທາລະນະໃໝ່.

ຫຼັງຈາກເປີດໃຫ້ບໍລິການໃນເຊີງພາໂນດ ເປັນເວລາ 5 ປີ (06/11/2021 – 06/11/2026), ທາງລົດໄຟສາຍ ແຄັດລິນ – ຮ່າດົງ ໄດ້ພິສູດໃຫ້ເຫັນເຖິງບົດບາດອັນສຳຄັນ ໃນການຫັນປ່ຽນໂສມໜ້າໃໝ່ການຄົມມະນາຄົມຂອງນະຄອນຫຼວງ ກ້າວສູ່ຄວາມທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ.

ໂຄງການທາງລົດໄຟໃນຕົວເມືອງສາຍ ແຄັດລິນ – ຮ່າດົງ ມີມູນຄ່າການລົງທຶນທັງໝົດຫຼາຍກວ່າ 18.000 ຕື້ດົ່ງ, ໂດຍແມ່ນເສັ້ນທາງຍົກລະດັບທັງໝົດ ມີຈຸດເລີ່ມຕົ້ນຢູ່ທີ່ ສະຖານີ ແຄັດລິນ (Cát Linh) ແລະ ຈຸດປາຍທາງຢູ່ທີ່ ສະຖານີ ເຢນເຫງັຍ (Yên Nghĩa), ພ້ອມດ້ວຍລະບົບສະຖານີທັງໝົດ 12 ສະຖານີ ເຊື່ອມຈອດຕະຫຼອດເສັ້ນທາງ.

ຂະບວນລົດໄຟສີຂຽວໄດ້ຂົນສົ່ງຜູ້ໂດຍສານຫຼາຍສິບພັນຄົນ, ປະກອບສ່ວນຫຼຸດຜ່ອນຄວາມແອອັດຂອງການຈາລະຈອນ ແລະ ຫຼຸດຜ່ອນມົນລະພິດທາງສິ່ງແວດລ້ອມ ບໍ່ວ່າຈະເປັນການເດີນທາງປະຈຳວັນ ຫຼື ໃນໄລຍະບຸນເທດສະການຕ່າງໆ, ທາງລົດໄຟ ແຄັດລິນ – ຮ່າດົງ ໄດ້ກາຍເປັນພາຫະນະທີ່ຄຸ້ນເຄີຍ, ປະກອບສ່ວນສ້າງຄ່ານິຍົມ ແລະ ພຶດຕິກຳການເດີນທາງທີ່ສິວິໄລໃຫ້ແກ່ຊາວນະຄອນຫຼວງຮ່າໂນ້ຍ.

ທີ່ມາ: Hà Nội News

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
17,000FollowersFollow
0SubscribersSubscribe
- Advertisement -spot_img

Latest Articles