ທະນາຄານຄຳລາວ ເຂົ້າເປັນສະມາຊິກຂອງ Japan Bullion Market Association (JBMA)

ວັນທີ 04 ພະຈິກ 2026, ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ — ທະນາຄານຄຳລາວ (ທຄຄລ) ໄດ້ເຂົ້າເປັນສະມາຊິກຂອງສະມາຄົມຕະຫຼາດຄຳຍີ່ປຸ່ນ (Japan Bullion Market Association — JBMA) ຢ່າງເປັນທາງການ. ການເຂົ້າເປັນສະມາຊິກຄັ້ງນີ້ເປັນກ້າວສຳຄັນໃນການສົ່ງເສີມການພັດທະນາຕະຫຼາດໂລຫະມີຄ່າຂອງ ສປປ ລາວ ແລະ ເສີມສ້າງການເຊື່ອມໂຍງກັບມາດຕະຖານ ແລະ ເຄືອຂ່າຍຕະຫຼາດສາກົນ.

ການເຂົ້າເປັນສະມາຊິກສະມາຄົມຕະຫຼາດຄຳຍີ່ປຸ່ນ ສະທ້ອນເຖິງຄວາມມຸ່ງໝັ້ນຂອງ ທຄຄລ ໃນການຍົກລະດັບມາດຕະຖານການດຳເນີນງານ ແລະ ການສືບຕໍ່ເຊື່ອມໂຍງ ສປປ ລາວ ກັບເຄືອຂ່າຍອຸດສາຫະກຳໂລຫະມີຄ່າລະດັບສາກົນ, ຄວາມໂປ່ງໃສ ແລະ ຄວາມໜ້າເຊື່ອຖືຂອງຕະຫຼາດ ໃຫ້ສອດຄ່ອງກັບແນວປະຕິບັດສາກົນ.

ຜ່ານການເປັນສະມາຊິກນີ້, ທຄຄລ ມຸ່ງຫວັງທີ່ຈະຂະຫຍາຍການແລກປ່ຽນຂໍ້ມູນ ແລະ ຄວາມຮູ້ດ້ານອຸດສາຫະກຳ, ເສີມສ້າງຄວາມຮ່ວມມືກັບຜູ້ປະກອບການໃນຕະຫຼາດຄຳຍີ່ປຸ່ນ ແລະ ສາກົນ, ພ້ອມທັງສະໜັບສະໜູນການພັດທະນາຕະຫຼາດໂລຫະມີຄ່າໃນພາກພື້ນ ໃຫ້ມີຄວາມເຊື່ອມໂຍງ ແລະ ມີປະສິດທິພາບຫຼາຍຂຶ້ນ.

ໜຶ່ງໃນຂົງເຂດທີ່ມີທ່າແຮງ ແມ່ນຕະຫຼາດຄຳບໍລິສຸດສູງລະດັບ 5N (99.999%) ທີ່ນຳໃຊ້ໃນອຸດສາຫະກຳ semiconductor ແລະ ອຸປະກອນອີເລັກໂທຣນິກ.

ການມີເຄືອຂ່າຍກັບຜູ້ປະກອບການໃນຍີ່ປຸ່ນຈຶ່ງມີຄວາມສຳຄັນຕໍ່ ທຄຄລ ໃນການຮຽນຮູ້ຄວາມຕ້ອງການຂອງຕະຫຼາດ, ສຳຫຼວດຄູ່ຮ່ວມງານທີ່ມີທ່າແຮງ ແລະ ພັດທະນາໂອກາດທາງທຸລະກິດໃນຫ່ວງໂສ້ອຸປະທານ semiconductor ແລະ ໂລຫະມີຄ່າ.

ທະນາຄານຄຳລາວ ຈະສືບຕໍ່ພັດທະນາຜະລິດຕະພັນ ແລະ ບໍລິການດ້ານຄຳທີ່ມີຄຸນນະພາບ, ສ້າງມູນຄ່າໄລຍະຍາວໃຫ້ແກ່ລູກຄ້າ, ນັກລົງທຶນ ແລະ ຜູ້ມີສ່ວນຮ່ວມແຕ່ລະພາກສ່ວນ ພ້ອມທັງສົ່ງເສີມການເຕີບໂຕຢ່າງຍືນຍົງ ແລະ ການເຊື່ອມໂຍງຕະຫຼາດຄຳຂອງລາວກັບຕະຫຼາດສາກົນ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
17,000FollowersFollow
0SubscribersSubscribe
- Advertisement -spot_img

Latest Articles