ບໍລິສັດ ເບຍລາວ ສານຕໍ່ພັນທະກິດ 12 ປີ ເປັນກຳລັງສຳຄັນຂັບເຄື່ອນ “ແລ່ນເພື່ອເດັກນ້ອຍ” ເພື່ອອະນາຄົດເດັກນ້ອຍລາວ

ນະຄອນຫຼວງພະບາງ, ວັນທີ 24 ຕຸລາ 2026 – ດ້ວຍຄວາມເຊື່ອໝັ້ນວ່າ ເດັກນ້ອຍທຸກຄົນຄວນມີໂອກາດເຕີບໃຫຍ່ຢ່າງແຂງແຮງ ແລະ ເຂົ້າເຖິງການປິ່ນປົວທີ່ມີຄຸນນະພາບ, ບໍລິສັດ ເບຍລາວ ຈຳກັດ ໄດ້ສານຕໍ່ບົດບາດຜູ້ສະໜັບສະໜູນສຳຄັນຂອງງານ “ແລ່ນເພື່ອເດັກນ້ອຍ ຫຼວງພະບາງຮາຟມາຣາທອນ 2026” ເປັນປີທີ 12 ຕິດຕໍ່ກັນ. ການຢືນຄຽງຂ້າງກິດຈະກຳນີ້ຢ່າງຍາວນານ ສະທ້ອນເຖິງຄວາມມຸ່ງໝັ້ນຂອງບໍລິສັດ ໃນການນຳພະລັງຂອງກິລາ ແລະ ການມີສ່ວນຮ່ວມຂອງສັງຄົມ ມາສ້າງໂອກາດທີ່ດີຂຶ້ນໃຫ້ແກ່ເດັກນ້ອຍລາວ.

ໃນປີນີ້, ບໍລິສັດເບຍລາວ ໄດ້ນຳເອົາ ຜະລິດຕະພັນເຄື່ອງດື່ມ ຣີໄວຟ (Revive) ເຂົ້າຮ່ວມໃນຖານະ ຜູ້ສະໜັບສະໜູນລະດັບແພລັດຕິນຳ (Platinum Sponsor) ຢ່າງເປັນທາງການ. ການສະໜັບສະໜູນທີ່ຕໍ່ເນື່ອງນີ້ ເປັນກຳລັງສຳຄັນທີ່ຊ່ວຍເສີມຄວາມພ້ອມໃນການຈັດງານ ແລະ ສານຕໍ່ເວທີລະດົມທຶນເພື່ອເດັກນ້ອຍ ພ້ອມທັງສົ່ງມອບຄວາມສົດຊື່ນ ແລະ ຊ່ວຍທົດແທນນ້ຳ ແລະ ເກືອແຮ່ທີ່ສູນເສຍໄປກັບເຫື່ອໃຫ້ແກ່ນັກແລ່ນ.

ຫົວໃຈສຳຄັນຂອງງານ ແມ່ນການລະດົມທຶນເພື່ອສະໜັບສະໜູນ ໂຮງໝໍເດັກນ້ອຍຫຼວງພະບາງ (Lao Friends Hospital for Children – LFHC) ໃນການໃຫ້ບໍລິການປິ່ນປົວໂດຍບໍ່ເສຍຄ່າໃຊ້ຈ່າຍ ແກ່ເດັກນ້ອຍຫຼາຍກວ່າ 30,000 ຄົນຕໍ່ປີ ຈາກ 8 ແຂວງທາງພາກເໜືອ. ສຳລັບເດັກນ້ອຍ ແລະ ຄອບຄົວ, ການຊ່ວຍເຫຼືອນີ້ໝາຍເຖິງໂອກາດໃນການໄດ້ຮັບການດູແລທີ່ຈຳເປັນ ໂດຍບໍ່ໃຫ້ພາລະຄ່າໃຊ້ຈ່າຍກາຍເປັນອຸປະສັກຕໍ່ການປິ່ນປົວ.

ດ້ວຍເຫດນີ້, ການສະໜັບສະໜູນຕະຫຼອດ 12 ປີຂອງ ບໍລິສັດເບຍລາວ ຈຶ່ງມີຄວາມໝາຍຕໍ່ການສານຕໍ່ພາລະກິດຂອງງານ. ບໍລິສັດໄດ້ຢືນຄຽງຂ້າງຜູ້ຈັດງານ ແລະ ພາກສ່ວນຕ່າງໆ ຢ່າງສະໝ່ຳສະເໝີ ເພື່ອຮ່ວມສ້າງຄວາມຕໍ່ເນື່ອງໃຫ້ແກ່ກິດຈະກຳທີ່ເຊື່ອມໂຍງນັກແລ່ນ, ຜູ້ບໍລິຈາກ ແລະ ຊຸມຊົນ ເຂົ້າກັບເປົ້າໝາຍດຽວກັນ ຄື ການຊ່ວຍໃຫ້ເດັກນ້ອຍລາວເຂົ້າເຖີງການປີ່ນປົວສຸຂະພາບທີ່ດີ ແລະ ມີໂອກາດກ້າວໄປສູ່ອະນາຄົດຂອງຕົນ.

ທ່ານ ຈັນສະໝອນ ຜອງຈັນທາ, ຜູ້ອຳນວຍການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ, ໄດ້ກ່າວວ່າ: “ຂ້າພະເຈົ້າຮູ້ສຶກປະທັບໃຈຫຼາຍທີ່ໄດ້ເຫັນວ່າທຸກໆປີ ງານແລ່ນເພື່ອເດັກນ້ອຍ ຫຼວງພະບາງຮາຟມາຣາທອນ ໄດ້ນຳພາຜູ້ຄົນຈາກຫຼາຍບ່ອນມາຮ່ວມກັນເພື່ອສົ່ງເສີມຄວາມເປັນຢູ່ທີ່ດີຂອງເດັກນ້ອຍລາວ. ພວກເຮົາພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງ ແລະ ຢືນຄຽງຄູ່ກັບຜູ້ຈັດງານ, ນັກແລ່ນ ແລະ ອາສາສະໝັກໃນພາລະກິດແຫ່ງຄວາມເມດຕາ ແລະ ຄວາມເອົາໃຈໃສ່ນີ້.”

ງານໃນປີນີ້ໄດ້ມີນັກແລ່ນທັງພາຍໃນ ແລະ ຕ່າງປະເທດ ຫຼາຍກວ່າ 3,000 ຄົນ ມາຮ່ວມສົ່ງຕໍ່ພະລັງແຫ່ງການໃຫ້ ທ່າມກາງບັນຍາກາດອັນງົດງາມຂອງເມືອງມໍລະດົກໂລກຫຼວງພະບາງ. ເສັ້ນທາງແລ່ນຜ່ານວັດວາອາຮາມເກົ່າແກ່ ແລະ ທິວທັດລຽບແມ່ນ້ຳຂອງ ແລະ ແມ່ນ້ຳຄານ ໄດ້ສ້າງປະສົບການທີ່ໜ້າປະທັບໃຈ ໂດຍມີ ເຄື່ອງດື່ມ Revive (ຣີໄວຟ) ແລະ ນ້ຳດື່ມຫົວເສືອ ຮ່ວມສົ່ງມອບຄວາມສົດຊື່ນໃຫ້ແກ່ຜູ້ເຂົ້າຮ່ວມ. ທຸກກ້າວໃນງານນີ້ ຈຶ່ງມີຄວາມໝາຍທັງຕໍ່ສຸຂະພາບຂອງນັກແລ່ນ ແລະ ຕໍ່ຄວາມຫວັງຂອງເດັກນ້ອຍທີ່ລໍຖ້າການປິ່ນປົວ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
325FollowersFollow
0SubscribersSubscribe
- Advertisement -spot_img

Latest Articles