ນະຄອນຫຼວງວຽງຈັນ, ສປປ ລາວ – ບໍລິສັດ ໂລກ້າ ຈຳກັດ LOCA Company Limited ຜູ້ໃຫ້ບໍລິການ Super App ຊັ້ນນໍາດ້ານລະບົບຂົນສົ່ງ ແລະ ແພັດຟອມດິຈິຕອລ ໃນ ສປປ ລາວ ໄດ້ຮ່ວມກັນຈັບມືກັບ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຟີນ້າ ຈໍາກັດ Fina Deposit-Taking Microfinance Institution Co., Ltd ໄດ້ຈັດ ພິທີເຊັນສັນຍາການຮ່ວມມືທາງດ້ານທຸລະກິດ (MOU) ຂຶ້ນທີ່ ອາຄານ PetroTrade Building ເວລາ 14:00 ໂມງ ທີ່ຜ່ານມາ ເພື່ອປະກາດເປີດໂຕ ບໍລິການສິນເຊື່ອກັບຟີນ້າ “Fina Loan” ເທິງ LOCA Super App ຢ່າງເປັນທາງການ ເພື່ອຮ່ວມກັນຊຸກຍູ້ ແລະ ຂັບເຄື່ອນນະວັດຕະກໍາ ການເງິນດິຈິຕອລ Digital Finance ໃນ ສປປ ລາວ.
ຄວາມຮ່ວມມືຍຸດທະສາດ ລະຫວ່າງສອງຜູ້ນໍາດ້ານ Digital Mobility ແລະ Microfinance
LOCA Super App: ໃນຖານະເປັນ Super App ຊັ້ນນຳ ແລະ ຜູ້ໃຫ້ບໍລິການ ຂົນສົ່ງຜ່ານແອັບພລິເຄຊັນອັນດັບ 1 ຂອງ ສປປ ລາວ, LOCA ເປັນແພັດຟອມດິຈິທຕອລ ທີ່ເຊື່ອມໂຍງວິຖີຊີວິດຂອງຄົນຍຸກໃໝ່ ບໍ່ວ່າຈະເປັນບໍລິການການເດີນທາງ, ການຂົນສົ່ງ, ການຊໍາລະເງິນ ແລະ ບໍລິການອື່ນໆ ໂດຍມີຖານຜູ້ໃຊ້ງານປະຊາຊົນລາວ, ນັກທ່ອງທ່ຽວ ແລະ ພາສເນີ້ຄົນຂັບໂລກ້າ Driver Partners ຢ່າງຫຼວງຫຼາຍໃນທົ່ວປະເທດ.

FINA ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຟີນ້າ ຈຳກັດ: ເປັນສະຖາບັນການເງິນຈຸລະພາກທີ່ໄດ້ຮັບການຢັ້ງຢືນຢ່າງຖືກຕ້ອງຕາມກົດໝາຍ, ມີຄວາມຊ່ຽວຊານດ້ານການໃຫ້ບໍລິການດ້ານການເງິນເຊັ່ນ: ການຝາກເງິນ ແລະ ການປ່ອຍສິນເຊື່ອ (Microfinance) ທີ່ພັກດັນການສ້າງໂອກາດ ເພື່ອໃຫ້ປະຊາຊົນ ແລະ ຜູ້ປະກອບການຍ່ອຍ ສາມາດເຂົ້າເຖິງແຫຼ່ງເງິນທຶນທີ່ປອດໄພ, ໂປ່ງໃສ ແລະ ມີອັດຕາດອກເບ້ຍທີ່ເປັນທໍາ.
ການຮ່ວມມືໃນຄັ້ງນີ້ ເປັນການນໍາເອົາຄວາມເຂັ້ມແຂງທາງດ້ານເຕັກໂນໂລຊີ ແລະ ຖານຜູ້ໃຊ້ງານຂອງໂລກ້າ ມາປະສົມປະສານກັບຄວາມຊ່ຽວຊານດ້ານບໍລິການດ້ານເງິນຂອງ FINA ເພື່ອ “ຮ່ວມກັນຂັບເຄື່ອນ” ໂດຍມຸ່ງເນັ້ນສ້າງປະໂຫຍດສູງສຸດໃນ 3 ດ້ານຫຼັກ:
ຂັບເຄື່ອນຊີວິດຄົນຂັບໃຫ້ໝັ້ນຄົງ: ຊ່ວຍໃຫ້ພາກສ່ວນຄົນຂັບໂລກ້າ ເຂົ້າເຖິງແຫຼ່ງເງິນທຶນທີ່ ໂປ່ງໃສ ແລະ ຖືກຕ້ອງຕາມກົດໝາຍ ເພື່ອແກ້ໄຂບັນຫາການເຂົ້າເຖິງເງິນທຶນ, ຫຼຸດຜ່ອນພາລະສິນເຊື່ອນອກລະບົບ ພ້ອມທັງສົ່ງເສີມໃນການເບິ່ງແຍງຮັກສາ ຍານພາຫະນະ ແລະ ສ້າງລາຍໄດ້ທີ່ຍືນຍົງ.

ຂັບເຄື່ອນຄວາມສະດວກໃຫ້ຜູ້ໃຊ້ງານທົ່ວໄປ: ຊ່ວຍໃຫ້ກຸ່ມຜູ້ໃຊ້ງານທົ່ວໄປໃນແອັບຂອງໂລກ້າ LOCA Super App ສາມາດເຂົ້າເຖິງບໍລິການສິນເຊື່ອ ຜ່ານໂທລະສັບມືຖືໄດ້ຢ່າງງ່າຍດາຍ, ປອດໄພ ແລະ ຕອບໂຈດການໃຊ້ຊີວິດຂອງຄົນຍຸກໃໝ່.
ຂັບເຄື່ອນເສດຖະກິດດິຈິຕອລຂອງປະເທດລາວ: ຮ່ວມກັນວາງຮາກຖານໂຄງລ່າງພື້ນຖານດ້ານການເງິນດິຈິທັລ, ສົ່ງເສີມການເຂົ້າເຖິງບໍລິການທາງການເງິນຢ່າງທົ່ວເຖິງ Financial Inclusion.
ພິທີເຊັນສັນຍາການຮ່ວມມືທາງດ້ານທຸລະກິດ ລະຫວ່າງ ໂລກ້າ ແລະ ຟີນ້າ ໃນຄັ້ງນີ້ ຈຶ່ງບໍ່ແມ່ນພຽງແຕ່ເປັນການ ເປີດໂຕຟີເຈີໃໝ່ເທິງແອັບພລິເຄຊັນເທົ່ານັ້ນ ແຕ່ຍັງເປັນບາດກ້າວສຳຄັນໃນການຮ່ວມກຳລັງ ເພື່ອຮ່ວມກັນຂັບເຄື່ອນຄຸນນະພາບຊີວິດຂອງ ຄົນຂັບໂລກ້າ, ປະຊາຊົນລາວທຸກຄົນ ແລະ ເດີນໜ້າພັດທະນາເສດຖະກິດດິຈິຕອລຂອງ ສປປ ລາວ ໃຫ້ເຕີບໂຕຢ່າງໝັ້ນຄົງ ແລະ ຍືນຍົງຕໍ່ໄປ.


