ບໍລິສັດ ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ອອກໜັງສືແຈ້ງການ ສະບັບເລກທີ 3699/ຟຟລ.ຝທຜ, ລົງວັນທີ 4ກັນຍາ 2026 ເຖິງບັນດາຜູ້ຊົມໃຊ້ໄຟຟ້າ ພາກທີ່ຢູ່ອາໄສ ໃນຂອບເຂດທົ່ວປະເທດ ຊາບວ່າ: ເພື່ອປະຕິບັດນະໂຍບາຍອຸດໜູນຄ່າໄຟຟ້າ ແລະ ແບກຮັບພາລະຄ່າໃຊ້ຈ່າຍຂອງປະຊາຊົນ ໃນສະພາວະເສດຖະກິດທີ່ມີຄວາມຍຸ້ງຍາກ, ຄະນະປະຈຳສະພາແຫ່ງຊາດ ໄດ້ອະນຸມັດການຍົກເວັ້ນອາກອນມູນຄ່າເພີ່ມ (VAT 10%) ໃຫ້ແກ່ພົນລະເມືອງທີ່ມີລາຍໄດ້ຕໍ່າ ຕາມການສະເໜີຂອງລັດຖະບານ, ໂດຍຈະມີການຍົກເວັ້ນ VAT ສໍາລັບພາກຄົວເຮືອນທີ່ຊົມໃຊ້ພະລັງງານ 0-300 kWh ຕໍ່ເດືອນ ເລີ່ມແຕ່ ຮອບໃບບິນເດືອນ ກັນຍາ (ການຊົມໃຊ້ ພະລັງງານເດືອນ ສິງຫາ) 2026 ຫາ ເດືອນ ທັນວາ 2029. ແຕ່ສໍາລັບຄ່າບຳລຸງຮັກສາແມ່ນຈະໄດ້ຄິດໄລ່ VAT ຕາມກົດໝາຍກໍານົດ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາຜູ້ຊົມໃຊ້ໄຟຟ້າ ພາກທີ່ຢູ່ອາໄສ ທົ່ວປະເທດເພື່ອຊາບ ແລະ ປະຕິບັດຕາມແຈ້ງການ ສະບັບນີ້ດ້ວຍ.


