ເລີ່ມແລ້ວ ບຸນຊ່ວງເຮືອເດືອນ 9 ປະເພນີບູນຫໍ່ເຂົ້າປະດັບດິນ ທີ່ນະຄອນຫຼວງພະບາງ​ ປະຈຳປີ 2026

ໃນຕອນເຊົ້າ ຂອງວັນທີ 11 ກັນຍາ 2026 ນີ້ ນະຄອນຫຼວງພະບາງ ໄດ້ຈັດບຸນຊ່ວງເຮືອປະເພນີ​ ປະຈຳປີ 2026 ຂຶ້ນຢ່າງຄຶກຄື້ນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ຊົມການແຂ່ງຂັນ ມີ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ; ທ່ານ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານ ສະພາປະຊາຊົນແຂວງຫຼວງພະບາງ; ມີອະດີດການນຳຂັ້ນສູນກາງ, ການນຳຂັ້ນແຂວງ, ຂັ້ນນະຄອນ-ເມືອງ, ແຂກຮັບເຊີນ, ພ້ອມດ້ວຍມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.

ເປັນປະຈຳທຸກປີ ພໍຮອດມື້ແຮມ 14 ຄ່ຳ ເດືອນ 9 ຊາວຫຼວງພະບາງ ເມືອງມໍລະດົກໂລກ ໄດ້ພ້ອມກັນຈັດບຸນຊ່ວງເຮືອປະເພນີ ໃນໂອກາດບຸນຫໍ່ເຂົ້າປະດັບດິນ ຊຶ່ງເປັນປາງບຸນໜຶ່ງທີ່ຊາວຫຼວງພະບາງ ໄດ້ສືບທອດຮັກສາມາແຕ່ດົນນານ.

ບຸນຊ່ວງເຮືອຫຼວງພະບາງ ໄດ້ຮັບການສືບທອດມາແຕ່ສັດຕະວັດທີ 19 ໂດຍມີ ເຈົ້າມັນທາຕຸລາດ ກະສັດຜູ້ປົກຄອງອານາຈັກລາວລ້ານຊ້າງຫຼວງພະບາງ ເປັນຜູ້ລິເລີ່ມ ແລະ ໄດ້ຮັບການສືບທອດມາເຖິງປັດຈຸບັນ. ປະເພນີດັ່ງກ່າວ ບໍ່ພຽງແຕ່ເປັນການສະແດງເຖິງພະລະກຳລັງ, ຄວາມສາມັກຄີ ແລະ ບົດຮຽນ-ປະສົບການຂອງສີພາຍເທົ່ານັ້ນ, ແຕ່ຍັງເປັນການບູຊາພະຍານາກ 15 ຕະກູນ ຕາມຄວາມເຊື່ອຖື ທີ່ເປັນຜູ້ປົກປັກຮັກສາຊາວຫຼວງພະບາງ ແລະ ບ້ານເມືອງ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ຢູ່ເຢັນເປັນສຸກສືບໄປ.

ບຸນຊ່ວງເຮືອທີ່ນະຄອນຫຼວງພະບາງ ເມືອງມໍລະດົກໂລກ ໃນປີນີ້ ໄດ້ຈັດຂຶ້ນໃນຮູບການເປີດກວ້າງ ເພື່ອເປີດໂອກາດໃຫ້ນັກກິລາ ແລະ ສີພາຍເຮືອ ໄດ້ສະແດງພະລະກຳລັງ ແລະ ຄວາມສາມັກຄີຂອງຕົນ. ສະນັ້ນ, ຄະນະກຳມະການປົກຄອງນະຄອນຫຼວງພະບາງ ຈຶ່ງໄດ້ຈັດການແຂ່ງຂັນອອກເປັນ 2 ປະເພດ ຄື: ປະເພດເຮືອຊ່ວງປະເພນີ ຈາກບ້ານຕ່າງໆພາຍໃນນະຄອນຫຼວງພະບາງ ແລະ ຕາງໜ້າຈາກເມືອງອ້ອມຂ້າງ ມີເຂົ້າຮ່ວມທັງໝົດ 18 ລຳ; ສ່ວນປະເພດເຮືອຊ່ວງກິລາ ມີເຂົ້າຮ່ວມ 9 ລຳ.

ພາຍຫຼັງການເປີດພິທີຢ່າງເປັນທາງການ ກໍ່ໄດ້ເລີ່ມດຳເນີນການແຂ່ງຂັນຕາມຕາຕະລາງການປະກົບຄູ່ ໂດຍເລີ່ມຈາກເຮືອຊ່ວງ ນາງດຳ ແລະ ນາງດ່ອນ ເປັນຄູ່ເປີດສາກການແຂ່ງຂັນ ຕາມຮີດຄອງປະເພນີອັນໄດ້ສືບທອດກັນມາ.

ສຳລັບຮູບແບບການແຂ່ງຂັນ ຈະດຳເນີນແບບເສຍ 2 ຄັ້ງ ແລ້ວຂັດອອກ ພ້ອມທັງຈັດອັນດັບທີ. ເຮືອທີ່ເສຍ 1 ຄັ້ງ ຍັງສາມາດມີໂອກາດແຂ່ງຂັນຂຶ້ນໄປຮອດຮອບຊີງຊະນະເລີດ. ການແຂ່ງຂັນຈະດຳເນີນພາຍໃນ 1 ວັນ ແລະ ຈະສຳເລັດລົງໃນວັນດຽວກັນ. ສ່ວນຜົນການແຂ່ງຂັນ ຈະໄດ້ລາຍງານໃຫ້ຊາບພາຍຫຼັງການແຂ່ງຂັນສຳເລັດລົງ.

ບຸນຊ່ວງເຮືອປະເພນີ ນອກຈາກຈະເປັນການສືບສານ ແລະ ອະນຸລັກຮີດຄອງປະເພນີອັນດີງາມຂອງຊາວຫຼວງພະບາງແລ້ວ ຍັງເປັນກິດຈະກຳສຳຄັນ ທີ່ສ້າງບັນຍາກາດຄວາມຄຶກຄື້ນ, ເສີມສ້າງຄວາມສາມັກຄີ ແລະ ຮັກສາຄຸນຄ່າມໍລະດົກທາງວັດທະນະທຳ ຂອງນະຄອນຫຼວງພະບາງ ໃຫ້ຄົງຢູ່ ແລະ ສືບທອດຈາກຮຸ່ນສູ່ຮຸ່ນ.

​ພາບ-ຂ່າວ: ທະນູສິນ ອິດທິພົນ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles