ເດືອດຮ້ອນໜັກ! ແຂວງໄຊຍະບູລີ ປະສົບການລະບາດຂອງພະຍາດອະຫິວາອັບຟຣິກາ (ASF) ຢ່າງຮຸນແຮງ ມີໝູຕາຍ ລວມເຖິງ 5,412 ໂຕ

ເດືອດຮ້ອນໜັກ! ແຂວງໄຊຍະບູລີ ປະສົບການລະບາດຂອງພະຍາດອະຫິວາອັບຟຣິກາ (ASF) ຢ່າງຮຸນແຮງ ລາມ ໄປ 6 ເມືອງ, 38 ບ້ານ ເຮັດໃຫ້ມີໝູຕາຍ ແລະ ຖືກທຳລາຍລວມເຖິງ 5,412 ໂຕ ສ້າງຄວາມເສຍຫາຍທາງດ້ານເສດຖະກິດສູງເຖິງ 14,9 ຕື້ກີບ.

ສະຖານະການຍັງໜ້າເປັນຫ່ວງ ເນື່ອງຈາກພົບການລັກລອບນຳເຂົ້າ ແລະ ເຄື່ອນຍ້າຍຊິ້ນສ່ວນໝູຈາກບ່ອນອື່ນທີ່ບໍ່ຖືກຕ້ອງຕາມກົດໝາຍ ໂດຍບໍ່ຜ່ານການກວດກາ ລວມທັງຟາມບາງແຫ່ງມັກງ່າຍຣີບເອົາໝູທີ່ຕາຍມາລັກຂາຍ ແລະ ແບ່ງຂາຍແບບຊະຊາຍ ເຊິ່ງເປັນຕົວການສຳຄັນທີ່ເຮັດໃຫ້ເຊື້ອພະຍາດລາມເປັນວົງກວ້າງ.

ນອກຈາກພະຍາດໝູແລ້ວ ຍັງພົບການລະບາດຂອງແມງໄມ້ສັດຕູພືດ ປະເພດ ຜ້າຍຈັ່ນ, ພະຍາດໃບໄໝ້ ແລະ ແມງບົ່ວ ທີ່ກຳລັງກັດກິນຜົນຜະລິດເຂົ້ານາປີເສຍຫາຍໜັກກວ່າ 158 ເຮັກຕາ ໃນ 8 ເມືອງ 55 ບ້ານ ຍິ່ງເພີ່ມຄວາມກົດດັນໃຫ້ກັບຊີວິດການເປັນຢູ່ຂອງປະຊາຊົນໃນໄລຍະນີ້.

ທາງການແຂວງໄຊຍະບູລີ ໄດ້ຮີບຮຳອອກມາດຕະການຂັ້ນເດັດຂາດ ທັງສັ່ງຕັ້ງຈຸດກວດກາຄວບຄຸມເສັ້ນທາງເຂົ້າ-ອອກ 19 ຈຸດທົ່ວແຂວງ, ຫ້າມຊື້-ຂາຍ ແລະ ເຄື່ອນຍ້າຍໝູຢ່າງເດັດຂາດ, ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມມືກັນຢ່າງເຂັ້ມງວດ ເພື່ອສະກັດກັ້ນ ແລະ ຄວບຄຸມການລະບາດຄັ້ງນີ້ໃຫ້ ໂດຍໄວ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles