“ບໍລິຈາກເລືອດ 1 ຄັ້ງ ສາມາດຊ່ວຍຊີວິດຄົນໄດ້ເຖິງ 3 ຄົນ”ແທ້ບໍ່? ຄຳຕອບທາງວິທະຍາສາດຄື: “ເປັນຄວາມຈິງ 100%”

ເຫດຜົນທີ່ເລືອດ 1 ຖົງສາມາດຊ່ວຍໄດ້ 3 ຊີວິດ ຍ້ອນວ່າໃນຫ້ອງປະຕິບັດການທາງການແພດ ເພິ່ນຈະບໍ່ເອົາເລືອດທັງຖົງໄປໃຫ້ຜູ້ປ່ວຍໂດຍກົງ (ເວັ້ນເສຍແຕ່ກໍລະນີສຸກເສີນແທ້ໆ) ແຕ່ຈະນຳເລືອດໄປຜ່ານກະບວນການ “ປັ່ນແຍກສ່ວນປະກອບ” ໃຫ້ກາຍເປັນ 3 ຜະລິດຕະພັນຫຼັກ ເພື່ອປົກປ້ອງ ແລະ ຮັກສາຜູ້ປ່ວຍ 3 ກຸ່ມທີ່ຕ້ອງການຄວາມຊ່ວຍເຫຼືອຕ່າງກັນ.

ແຍກ 1 ຖົງ ໄດ້ 3 ສ່ວນປະກອບມີຫຍັງແດ່?

1. ເມັດເລືອດແດງ

– ໜ້າທີ່: ລຳລຽງອົກຊີເເຊນຈາກປອດໄປລ້ຽງທົ່ວຮ່າງກາຍ.

– ໃຜໄດ້ປະໂຫຍດ: ຜູ້ປ່ວຍທີ່ເສຍເລືອດຫຼາຍຈາກອຸບັດເຫດ, ການຜ່າຕັດໃຫຍ່, ແມ່ຍິງຕົກເລືອດຫຼັງເກີດລູກ, ຫຼື ຜູ້ປ່ວຍໂລກເລືອດຈາງ/ທາລັດຊີເມຍ.

2. ພລາສມາ ຫຼື ນ້ຳເຫຼືອງ

– ໜ້າທີ່: ເປັນຂອງແຫຼວສີເຫຼືອງໃສ ປະກອບດ້ວຍໂປຣຕີນ, ເຮັດໃຫ້ເລືອດກ້າມ, ແລະ ພູມຄຸ້ມກັນ.

– ໃຜໄດ້ປະໂຫຍດ: ຜູ້ປ່ວຍທີ່ຖືກໄຟໄໝ້-ນ້ຳຮ້ອນລວກຮຸນແຮງ, ຜູ້ປ່ວຍຕັບລົ້ມເຫຼວ, ຫຼື ຜູ້ທີ່ມີອາການເລືອດໄຫຼບໍ່ຢຸດຈາກການຂາດປັດໄຈການກ້າມຂອງເລືອດ.

3. ເກັດເລືອດ

– ໜ້າທີ່: ເຮັດໜ້າທີ່ຄື “ກາວ” ເຊື່ອມອຸດຮູຮົ່ວຂອງເສັ້ນເລືອດ ເພື່ອໃຫ້ເລືອດກ້າມໄວ.

– ໃຜໄດ້ປະໂຫຍດ: ຜູ້ປ່ວຍໂລກໄຂ້ຍຸງລາຍ (ໄຂ້ເລືອດອອກ), ຜູ້ປ່ວຍມະເຮັງເລືອດ ທີ່ກຳລັງຮັບເຄມີບຳບັດ, ແລະ ຜູ້ປ່ວຍທີ່ເກັດເລືອດຕ່ຳຜິດປະຕິ.

ການແຍກສ່ວນປະກອບຂອງເລືອດ ນອກຈາກຈະຊ່ວຍໃຫ້ໃຊ້ເລືອດ 1 ຖົງໄດ້ຄຸ້ມຄ່າທີ່ສຸດແລ້ວ ຍັງຊ່ວຍໃຫ້ຜູ້ປ່ວຍໄດ້ຮັບສະເພາະສ່ວນທີ່ຮ່າງກາຍຕ້ອງການແທ້ໆ ເຊິ່ງປອດໄພ ແລະ ຫຼຸດຜ່ອນຜົນກະທົບຂ້າງຄຽງໄດ້ດີກວ່າອີກດ້ວຍ.

ການບໍລິຈາກເລືອດ 1 ຄັ້ງ ໃຊ້ເວລາພຽງບໍ່ເກີນ 15-20 ນາທີ ແຕ່ຜົນລວມທີ່ໄດ້ຄືການຕໍ່ລົມຫາຍໃຈໃຫ້ຄົນອື່ນເຖິງ 3 ຊີວິດ. ຖ້າຮ່າງກາຍຂອງທ່ານພ້ອມ ຢ່າລືມໄປຮ່ວມບໍລິຈາກເລືອດກັນເດີ

ທີ່ມາ: World Health Organization (WHO)

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles