ປະທານປະເທດ ແຫ່ງ ສປປ ລາວ ເດີນທາງເຖິງ ນະຄອນຫຼວງ ອາສ໌ຕານາ, ສາທາລະນະລັດ ກາຊັກສະຖານ

​ໃນຕອນຄໍ່າຂອງວັນທີ 2 ກັນຍາ 2026, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງ ນະຄອນຫຼວງ ອາສ໌ຕານາ, ສາທາລະນະລັດ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມ ສາທາລະນະລັດ ກາຊັກສະຖານ ຢ່າງເປັນທາງການ ໃນວັນທີ 3-4 ກັນຍາ 2026.

​ພິທີ ຕ້ອນຮັບດັ່ງກ່າວໄດ້ຈັດຂຶ້ນຢ່າງອົບອຸ່ນ ໂດຍ ທ່ານ ຊາສະລັນ ມາດີຢຽບ (Zhaslan Madiyev), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພັດທະນາດິຈິຕອນ ແລະ ປັນຍາປະດິດ ແຫ່ງ ສາທາລະນະລັດ ກາຊັກສະຖານ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ.

ການຢ້ຽມຢາມຢ່າງເປັນທາງການໃນຄັ້ງນີ້ ແມ່ນເປັນການຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ກາຊຶມ-ໂຈມາດ ໂຕກາຢຽບ (H.E. Mr. Kassym-Jomart Tokayev), ປະທານາທິບໍດີ ແຫ່ງ ສາທາລະນະລັດ ກາຊັກສະຖານ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ.

​ທີ່ມາ: ກະຊວງການຕ່າງປະເທດ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles