ນະຄອນຫຼວງວຽງຈັນ, 03 ກັນຍາ 2026: ເຈົ້າໜ້າທີ່ສະເພາະກິດ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ຍທຂ.ນວ) ຮ່ວມກັບ ອຳນາດການປົກຄອງເມືອງຫາດຊາຍຟອງ, ເຈົ້າໜ້າທີ່ ປກສ, ລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດນ້ຳປະປາ ແລະ ອຳນາດການປົກຄອງບ້ານຖິ່ນເພຍ ໄດ້ລົງດຳເນີນມາດຕະການຂັ້ນທີ 2 ໂດຍການ ຕັດລະບົບໄຟຟ້າ ແລະ ນ້ຳປະປາ ອາຄານ 2 ຊັ້ນ ທີ່ກໍ່ສ້າງລະເມີດຜັງເມືອງ ຢູ່ເຂດບ້ານຖິ່ນເພຍ, ເມືອງຫາດຊາຍຟອງ.
ທ່ານ ປອ. ສົມໃຈຫວັງ ເດດອຸດົມ, ຮອງຫົວໜ້າພະແນກ ຍທຂ.ນວ ໃຫ້ຮູ້ວ່າ: ການລົງປະຕິບັດງານຄັ້ງນີ້ ແມ່ນປະຕິບັດຕາມທິດຊີ້ນຳຂອງຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ສະບັບເລກທີ 2151/ຫວນວ). ຜ່ານການກວດກາທີ່ດິນ ແລະ ສິ່ງປຸກສ້າງເປົ້າໝາຍ ພົບຂໍ້ລະເມີດດັ່ງນີ້:
• ກໍ່ສ້າງໂດຍບໍ່ມີໃບອະນຸຍາດ ຢ່າງຖືກຕ້ອງຕາມລະບຽບກົດໝາຍ.
• ບຸກລຸກເຂດສະຫງວນແຄມນ້ຳໂຄງ (ໄລຍະສະຫງວນ 35 ແມັດ).
• ກໍ່ສ້າງກວມເອົາເຂດທີ່ດິນຂອງບຸກຄົນອື່ນ.
ຂັ້ນຕອນການດຳເນີນມາດຕະການ:
1. ມາດຕະການຂັ້ນທີ 1 (ຜ່ານມາ): ເຈົ້າໜ້າທີ່ໄດ້ແຈ້ງໃຫ້ເຈົ້າຂອງສິ່ງປຸກສ້າງທີ່ລະເມີດ ດຳເນີນການຮື້ຖອນດ້ວຍຕົນເອງ.
2. ມາດຕະການຂັ້ນທີ 2 (ປັດຈຸບັນ): ລົງຕັດລະບົບນ້ຳປະປາ ແລະ ໄຟຟ້າ ຢ່າງເດັດຂາດ.
3. ມາດຕະການຂັ້ນທີ 3 (ຂັ້ນຕອນຕໍ່ໄປ): ຖ້າຫາກເຈົ້າຂອງອາຄານຍັງບໍ່ຮື້ຖອນ ຫຼື ເຄື່ອນຍ້າຍສິ່ງປຸກສ້າງ, ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງຈະລົງພື້ນທີ່ ທຸບມ້າງ ກຳແພງ ແລະ ສິ່ງປຸກສ້າງທີ່ລະເມີດ ທັນທີ.
ຂໍ້ມູນ: ລາຍການຂັບຂີ່ປອດໄພ


