ກົມອາຫານ ແລະ ຢາ ແຈ້ງເຕືອນເດັດຂາດ! ຫ້າມນຳເຂົ້າ-ຈຳໜ່າຍ-ຊົມໃຊ້ ເຄື່ອງສຳອາງຮຽນແບບ 5 ຍີ່ຫໍ້ ຫຼົບຫຼີກການຈົດແຈ້ງ

ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ອອກແຈ້ງການເຕືອນຜູ້ປະກອບການ ແລະ ປະຊາຊົນ ເພີ່ມຄວາມລະມັດລະວັງ ພາຍຫຼັງພົບເຫັນການຈຳໜ່າຍ ແລະ ໂຄສະນາຜະລິດຕະພັນເຄື່ອງສຳອາງຮຽນແບບ ຕາມທ້ອງຕະຫຼາດ ແລະ ສື່ສັງຄົມອອນລາຍ ເຊິ່ງບໍ່ໄດ້ຮັບການຈົດແຈ້ງ ແລະ ອາດເປັນອັນຕະລາຍຕໍ່ສຸຂະພາບ.

ລາຍຊື່ຜະລິດຕະພັນທີ່ແຈ້ງເຕືອນ:

1. Vaseilina

2. Care Man

3. Lvx

4. Clsorup

5. Leimiya & Shampoo

ພຶດຕິກຳ ແລະ ຈຸດສັງເກດ:

• ຮຽນແບບແບຣນດັງ: ມີພາຊະນະບັນຈຸ, ສະຫຼາກ, ສີສັນ ແລະ ຊື່ຄ້າຍຄື ຫຼື ຮຽນແບບຜະລິດຕະພັນທີ່ໄດ້ຈົດແຈ້ງຖືກຕ້ອງ.

• ໂຄສະນາຈູງໃຈ: ມັກຈັດໂປຣໂມຊັນລາຄາຕໍ່າຜິດປົກກະຕິ, ຫຼຸດ, ແລກ, ແຈກ ຫຼື ແຖມ.

• ບໍ່ມີການຮັບຮອງ: ຜ່ານການກວດສອບພົບວ່າ ບໍ່ໄດ້ຈົດແຈ້ງກັບກົມອາຫານ ແລະ ຢາ, ບໍ່ສາມາດຮັບຮອງແຫຼ່ງທີ່ມາ, ຄຸນນະພາບ ແລະ ຄວາມປອດໄພໄດ້.

ມາດຕະການ ແລະ ຂໍ້ຫ້າມ:

• ຫ້າມຜູ້ປະກອບການ: ນຳເຂົ້າ, ຈຳໜ່າຍ, ໂຄສະນາ ຫຼື ກະຈາຍຜະລິດຕະພັນດັ່ງກ່າວໂດຍເດັດຂາດ.

• ແນະນຳປະຊາຊົນ: ງົດຊື້ ແລະ ງົດນຳໃຊ້ໂດຍດ່ວນ.

• ການແຈ້ງເບາະແສ: ຖ້າພົບເຫັນການຈຳໜ່າຍ ຫຼື ໂຄສະນາ ໃຫ້ແຈ້ງຕໍ່ກົມອາຫານ ແລະ ຢາ ຫຼື ພະແນກອາຫານ ແລະ ຢາ ແຂວງ/ນະຄອນຫຼວງ ເພື່ອກວດສອບ ແລະ ດຳເນີນຄະດີຕາມລະບຽບກົດໝາຍ.

ຂໍ້ແນະນຳສຳລັບຜູ້ຊົມໃຊ້ກ່ອນຊື້:

• ອ່ານສະຫຼາກຢ່າງລະອຽດກ່ອນຊື້ ແລະ ກ່ອນນຳໃຊ້ທຸກຄັ້ງ.

• ເລືອກຊື້ຈາກແຫຼ່ງຈຳໜ່າຍທີ່ໜ້າເຊື່ອຖື.

• ຕ້ອງມີສະຫຼາກ ພາສາລາວ, ລະບຸຂໍ້ມູນຜູ້ຜະລິດ, ຜູ້ນຳເຂົ້າ ຫຼື ຜູ້ຮັບຜິດຊອບຢ່າງຊັດເຈນ ແລະ ມີເລກທີຈົດແຈ້ງ ຕາມລະບຽບການ.

ແຈ້ງມາເພື່ອໃຫ້ຜູ້ປະກອບການ ແລະ ປະຊາຊົນທົ່ວປະເທດຮັບຊາບ ແລະ ຮ່ວມມືປະຕິບັດຢ່າງເຂັ້ມງວດ ເພື່ອຄວາມປອດໄພ ແລະ ປົກປ້ອງສຸຂະພາບຂອງທຸກຄົນ.

ຂໍ້ມູນ: ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles