ບໍ່ຕ້ອງລໍຖ້າຮອດກຳນົດຢ່າງເປັນທາງການກ່ອນຈຶ່ງລາຍງານບຸກຄົນຫາຍສາບສູນ ຫຼື ມີທ່າອ່ຽງວ່າອາດຈະຖືກຄ້າມະນຸດ ຄວນລາຍງານທັນທີຖ້າມີສັນຍານຂອງການຄ້າມະນຸດ.
1) ຕຳຫຼວດ ແລະ ອຳນາດການປົກຄອງທ້ອງຖິ່ນ: ລາຍງານຜ່ານສາຍດ່ວນພາຍໃນປະເທດຂອງທ່ານ ຫຼື ຕິດຕໍ່ໄປຫາອຳນາດການປົກຄອງພາກລັດອື່ນໆທີ່ເປັນທີ່ຮູ້ຈັກທີ່ສາມາດແນະນຳເຈົ້າພາບາກພາກສ່ວນທີ່ເໝາະສົມ.
2) ສາຍດ່ວນ: ສາຍດ່ວນແຫ່ງຊາດເພື່ອຕ້ານການຄ້າມະນຸດ ຫຼື ສາຍດ່ວນຊ່ວຍເຫຼືອກົນເຂົ້າເມືອງ.
3) ອົງການທີ່ບໍ່ຂຶ້ນກັບລັດຖະບານ NGO: ຕິດຕໍ່ອົງການຈັດຕັ້ງຫ້ອງຖິ່ນທີ່ເຮັດວຽກກ່ຽວກັບການຕ້ານການຄ້າມະນຸດ ຫຼື ການປົກປ້ອງຄຸ້ມຄອງແຮງງານອົບພະຍົບ.
4) ສະຖານທູດ: ຖ້າຜູ້ເຄາະຮ້າຍຢູ່ຕ່າງປະເທດ ໃຫ້ຕິດຕໍ່ກັບສະຖານທູດ ຫຼື ກົງສູນຂອງຕົນ.
5) ອອນລາຍແພັດຟອມ: ຫຼາຍແອັບມີຊ່ອງທາງໃນການລາຍງານ (ບ່ອນກົດລາຍງານ) ກິດຈະທຳການຮັບສະໜັກພະນັກງານທີ່ໜ້າສົງໄສ.
ຮ່ວມດ້ວຍຊ່ວຍກັນ: ຝາກກົດໄລຄ໌ ແລະ ແຊຣ໌ຂ່າວນີ້ຕໍ່ໄປ ເພື່ອເປັນກະບອກສຽງປ້ອງກັນຄົນທີ່ທ່ານຮັກ, ໝູ່ເພື່ອນ ແລະ ໄວໜຸ່ມລາວ ໃຫ້ລອດພົ້ນຈາກກັບດັກຂອງມິດສາຊີບ!


