ໃນວັນທີ 31 ສິງຫາ 2026, ທ່ານ ສົມຄິດ ກັນສະໜິດ ເລຂາຄະນະບໍລິຫານງານພັກເມືອງໄຊ ແຂວງອຸດົມໄຊ ໄດ້ລາຍງານຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າ: ສະພາບຜົນກະທົບຈາກຝົນຕົກໜັກຕໍ່ເນື່ອງ ແຕ່ຄືນວັນທີ 29 – 30 ສິງຫາ 2026 ຜ່ານການເກັບກໍາຂໍ້ມູນຕົວຈິງຂອງຄະນະຄວບຄຸມໄພພິ ບັດຂັ້ນເມືອງ, ຄະນະກຳມະການປົກຄອງຕາແສງ ແລະ ອົງ ການປົກຄອງບ້ານໃນວັນທີ 30 ສິງຫາ 2026 ນັບແຕ່ ກາງຄືນເວລາປະມານ 12:00 ໂມງ ຂອງວັນທີ 29 ຈົນຮອດເວ ລາ 14:00 ໂມງຂອງວັນທີ 30 ສິງຫາ 2026 ມີ 47 ບ້ານ ທີ່ໄດ້ຮັບຜົນກະທົບຫຼາຍສົມຄວນ. ໃນນີ້,ຕາແສງພູໄຊ ມີ 25 ບ້ານ, ຕາແສງກໍນ້ອຍ ມີ 15 ບ້ານ ແລະ ຕາແສງນາຮ້ວງ ມີ 7 ບ້ານ.
ຜົນກະທົບ ແລະ ຜົນເສຍຫາຍຕໍ່ວຽກກະສິກຳ ເຊັ່ນ: ເນື້ອທີ່ນາ,ເຂົ້ານາ,ຢາງພາລາ,ສາລີ, ພືດຜັກເຮືອນຮົມ, ສັດ ລ້ຽງ,ໜອງປາ; ສິ່ງປຸກສ້າງ, ທີ່ຢູ່ອາໃສ,ພາຫະນະ,ມີເຮືອນ, ຖຽງນາ, ລົດໃຫຍ່, ລົດຈັກ, ລົດໄຖ, ເຄື່ອງນຸ່ງຮົ່ມ, ອຸປະ ກອນໄຟຟ້າ, ເຄື່ອງໃຊ້ໃນເຮືອນ ແລະ ອື່ນໆ; ດ້ານຄົມມະ ນາຄົມ ມີເສັ້ນທາງ, ຂົວ; ລະບົບໄຟຟ້າ, ນ້ຳປະປາ, ໂຮງ ຮຽນ, ສຸກສາລາ ແລະອື່ນໆ; ສຳລັບໂຮງຮຽນ ທີ່ຖືກນໍ້າຖ້ວມແມ່ນເປ່ເຟ ແລະ ມີອຸປະກອນການຮຽນ-ການສອນເສຍຫາຍ ມີໂຮງຮຽນຊົນເຜົ່າ, ໂຮງຮຽນປະຖົມລ້ອງກໍເດື່ອ, ໂຮງຮຽນປະຖົມບ້ານຖິ່ນ, ຮຮ ປະຖົມຫ້ວຍແພ, ຮຮ ມັດທະ ຍົມດອນໄຊ, ຮຮ ປະຖົມວັງຍານ, ຮຮ ປະຖົມວຽງສາ ແລະ ມີຂົວ 10 ແຫ່ງ ທີ່ໄດ້ຮັບຜົນກະທົບ ເປັນຕົ້ນແມ່ນຂົວຂາດ ແລະ ເພ່ເປບໍ່ສາມາດສັນຈອນໄປ-ມາໄດ້.
ການແກ້ໄຂຊ່ວຍເຫຼືອສຸກເສີນຕໍ່ປະຊາຊົນທີ່ຖືກຜົນກະທົບແຂວງ ກໍໄດ້ແຕ່ງຕັ້ງສອງກໍາລັງ ປກຊ-ປກສ ລົງຊ່ວຍເມືອງໄຊຢ່າງທັນການ.ໃນນີ້,ໄດ້ລົງຊ່ວຍເຫຼືອບັນເທົາທຸກສຸກເສີນ ( ເຄື່ອງນອນ, ອຸປະກອນເຮືອນຄົວ) ແລະ ກວດກາສຸຂະພາບ ເພື່ອປິ່ນປົວສຸກເສີນ ໃຫ້ຜູ້ໄດ້ຮັບບາດເຈັບ 3 ກໍລະນີແລະ ແຕ່ງຕັ້ງຄະນະຮັບຜິດຊອບລົງກວດກາຈຸດ ທີ່ໄດ້ຮັບຜົນກະທົບໜັກ ພ້ອມທັງແຕ່ງຕັ້ງທີມງານ ລົງເກັບກຳຂໍ້ມູນ ຢູ່ຈຸດທີ່ໄດ້ຮັບຜົນກະທົບໜັກ ແລະ ສືບຕໍ່ຊ່ວຍເຫຼືອແກ້ໄຂ ຕັກດິນເຈື່ອນຖົມເຮືອນໂຮງຮຽນຖົມເຮືອນ, ຮື້ຖອນມ້ຽນເສດສະຫຼັກຫັກພັງ, ມ້ຽນຂີ້ເຫຍື້ອ, ໂຄ່ນໄມ້, ຂີ້ຕົມອອກຈາກຈຸດທີ່ຖືກຜົນກະທົບ. ສ່ວນຜົນລະປູກ ແລະ ອື່ນໆ ພະນັກງານກໍາລັງເກັບກຳຂໍ້ມູນລະອຽດຕື່ມ.
ຂ່າວ: ແຂວງອຸດົມໄຊ


