ບໍລິສັດເບຍລາວ ຮ່ວມກັບການນໍາຂັ້ນສູງ ມອບເຄື່ອງຊ່ວຍເຫຼືອ ບັນເທົາທຸກຜູ້ປະສົບໄພນ້ຳຖ້ວມ ຢູ່ບັນດາແຂວງທີ່ໄດ້ຮັບຜົນກະທົບ

ໃນວັນທີ່ 22 ສິງຫາ 2026, ຄະນະນຳ ແລະ ພະນັກງານ ບໍລິສັດ ເບຍລາວ ຈຳກັດ ໄດ້ຮ່ວມກັບການນຳຂັ້ນສູງຈາກສູນກາງ ນໍາພາໂດຍ ພະນະທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ; ພະນະທ່ານ ຄຳພັນ ພົມມະທັດ, ຮອງນາຍົກລັດຖະມົນຕີ; ແລະ ພະນະທ່ານ ໂພໄຊ ໄຊຍະສອນ, ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລົງພື້ນທີ່ ແຂວງພາກກາງ ແລະ ພາກໃຕ້ ເພື່ອມອບເຄື່ອງບັນເທົາທຸກໃຫ້ແກ່ບັນດາຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໃນແຂວງ ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື; ໂດຍມີຄະນະປະທານ ແລະ ຮອງປະທານຄະນະກຳມະການປົກຄອງແຂວງ ເປັນຕົວແທນຮັບການຊ່ວຍເຫຼືອໃນຄັ້ງນີ້ ລວມມູນຄ່າການຊ່ວຍເຫຼືອລວມທັງໝົດກວ່າ 600 ລ້ານກີບ.

ຜະລິດຕະພັນຂອງ ບໍລິສັດ ເບຍລາວ ຈຳກັດ ທີ່ນຳມາຊ່ວຍເຫຼືອລວມມີ: ນ້ຳດື່ມຫົວເສືອ ຂະໜາດ 1,5 ລິດ ຈຳນວນ 10,000 ແພັກ ແລະ ນ້ຳອັດລົມ ຈຳນວນ 4,000 ແພັກ ເພື່ອໃຫ້ຜູ້ປະສົບໄພເຂົ້າເຖິງເຄື່ອງດື່ມທີ່ສະອາດ ແລະ ປອດໄພ. ບໍລິສັດເບຍລາວ ໄດ້ຖືເອົາການຮັບຜິດຊອບຕໍ່ສັງຄົມເປັນພາລະກິດອັນສຳຄັນ, ໂດຍສະເພາະໃນຍາມທີ່ປະຊາຊົນລາວບັນດາເຜົ່າປະສົບກັບຄວາມຫຍຸ້ງຍາກ ຫຼື ໄພພິບັດຕ່າງໆ ບໍລິສັດເບຍລາວ ຍາມໃດກໍ່ເປັນກຳລັງແຮງສຳຄັນ ໃນການປະກອບສ່ວນຊ່ວຍເຫຼືອພັກ-ລັດ ແລະ ສັງຄົມ ເພື່ອບັນເທົາທຸກ ໃຫ້ປະຊາຊົນສາມາດຜ່ານຜ່າອຸປະສັກໄປໄດ້.

ທ່ານ ເຮັນຣິກ ແອນເດີເຊິນ, ຜູ້ອຳນວຍການໃຫຍ່ ບໍລິສັດ ເບຍລາວ ຈຳກັດ ກ່າວວ່າ:

“ໃນຖານະທີ່ ບໍລິສັດ ເບຍລາວ ຈຳກັດ ເປັນຜູ້ນຳດ້ານອຸດສາຫະກຳການຜະລິດເຄື່ອງດື່ມຂອງ ສປປ ລາວ, ພວກເຮົາຖືເອົາຄວາມຮັບຜິດຊອບຕໍ່ສັງຄົມເປັນສ່ວນສຳຄັນໜຶ່ງຂອງການດຳເນີນທຸລະກິດ. ເມື່ອໃດກໍຕາມທີ່ປະຊາຊົນລາວປະສົບກັບຄວາມຫຍຸ້ງຍາກໂດຍສະເພາະຜົນກະທົບຈາກໄພທຳມະຊາດ, ພວກເຮົາບໍ່ເຄີຍລັງເລທີ່ຈະຍື່ນມືເຂົ້າຊ່ວຍເຫຼືອ. ນີ້ເປັນຄວາມມຸ່ງໝັ້ນຂອງ ບໍລິສັດເບຍລາວ ທີ່ຍາມໃດກໍ່ຢືນຄຽງຂ້າງສັງຄົມລາວ.”

ເນື່ອງຈາກອິດທິພົນຂອງມໍລະສຸມ ແລະ ພາຍຸລະດູຝົນໃນໄລຍະຕົ້ນເດືອນສິງຫາ ປີ 2026 ນີ້ ໄດ້ເຮັດໃຫ້ມີຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ມີປະລິມານນ້ຳສະສົມໃນຫຼາຍພື້ນທີ່ເພີ່ມຂຶ້ນຢ່າງໄວວາ ຈົນເຮັດໃຫ້ເກີດມີປະລິມານນ້ຳເພີ່ມຂຶ້ນລົ້ນຝັ່ງ ແລະ ໄຫຼຖ້ວມຊຸມຊົນ, ພື້ນທີ່ການຜະລິດ ແລະ ພື້ນຖານໂຄງລ່າງ ໃນຫຼາຍພື້ນທີ່ທົ່ວປະເທດ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles