ຈີນມອບທຶນກວ່າ 100 ລ້ານຢວນ ຍົກລະດັບ ມສ ສັນຕິພາບ ຫຼວງພະບາງ

ຫຼວງພະບາງ, 31 ສິງຫາ 2026 — ລັດຖະບານ ສປ ຈີນ ມອບທຶນຊ່ວຍເຫຼືອກວ່າ 100 ລ້ານຢວນ ພາຍໃຕ້ໂຄງການ “CHINA AID for Shared Future” ເພື່ອຍົກລະດັບ-ປັບປຸງກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ ສັນຕິພາບ ນະຄອນຫຼວງພະບາງ ໃຫ້ທັນສະໄໝ ແລະ ເອື້ອອຳນວຍຕໍ່ການຮຽນ-ການສອນ.

ໂຄງການກວມເອົາພື້ນທີ່ປະມານ 9,417.34 ຕາແມັດ ປະກອບມີ ອາຄານຮຽນ 4 ຊັ້ນ, ອາຄານຮຽນ 3 ຊັ້ນ, ໂຮງຍິມ, ປະຕູໂຂງ ແລະ ອາຄານອຸປະກອນ ພ້ອມປັບປຸງເດີ່ນບານເຕະ, ເດີ່ນບານບ້ວງ, ເສັ້ນທາງ, ກຳແພງກັນດິນ ແລະ ພູມສັນຖານ.

ກຳນົດໄລຍະກໍ່ສ້າງ 14 ເດືອນ ໂດຍກຸ່ມບໍລິສັດ ຈົງເທຍ ຈ້ຽນກົງ ເປັນຜູ້ຮັບເໝົາ.

ຝ່າຍລາວກ່າວຂອບໃຈຕໍ່ຈີນ ໂດຍເນັ້ນວ່າ ໂຄງການນີ້ບໍ່ພຽງແຕ່ພັດທະນາອາຄານ ແຕ່ຍັງເປັນຮູບປະທຳຂອງ ມິດຕະພາບ ແລະ ການຮ່ວມມື ລາວ-ຈີນ.

ຝ່າຍຈີນລະບຸວ່າ ໂຄງການນີ້ເປັນສ່ວນໜຶ່ງຂອງແຜນຮ່ວມມື ຈີນ-ລາວ 2024–2028 ແລະ ເປັນບາດກ້າວໜຶ່ງໃນໂຄງການຈີນຊ່ວຍລາວກໍ່ສ້າງໂຮງຮຽນ 10 ແຫ່ງ.

ພິທີຄັ້ງນີ້ຍັງເປັນກິດຈະກຳສະເຫຼີມສະຫຼອງ 65 ປີ ແຫ່ງສາຍພົວພັນການທູດ ລາວ-ຈີນ ໂດຍຄະນະປະທານ ແລະ ແຂກຮັບເຊີນ ໄດ້ຮ່ວມກັນຊວ້ານດິນວາງສີລາລຶກ ເປີດໂຄງການຢ່າງເປັນທາງການ.

ການສະໜັບສະໜູນຄັ້ງນີ້ ຈະຊ່ວຍປ່ຽນໂສມໜ້າ ມສ ສັນຕິພາບ ໃຫ້ເປັນສະຖານສຶກສາທີ່ທັນສະໄໝ ແລະ ເປັນອີກໜຶ່ງຮູບປະທຳຂອງມິດຕະພາບ ລາວ-ຈີນ.

ທີ່ມາ: ໂທລະພາບຫຼວງພະບາງ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles