ຄະນະນຳແຂວງຈຳປາສັກ ນຳໂດຍ ທ່ານ ປອ. ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງ ແລະ ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ການດຳເນີນໂຄງການປັບປຸງ-ຍົກລະດັບເສັ້ນທາງ ແຕ່ທາງແຍກເສັ້ນທາງເລກ 13 ໃຕ້ ຫາ ດົງກະລໍ ມຸ່ງສູ່ດ່ານສາກົນໜອງນົກຂຽນ ຊາຍແດນລາວ-ກຳປູເຈຍ.
ໃນການລົງກວດກາພາກສະໜາມ ຄະນະນຳແຂວງໄດ້ຮັບຟັງລາຍງານຄວາມຄືບໜ້າຈາກ ທ່ານ ສົມຍົດ ອິນທະຈັກ ຮອງຜູ້ອຳນວຍການ ບໍລິສັດ ວິສາຫະກິດກໍ່ສ້າງຂົວທາງ ແລະ ຕິດຕັ້ງໄຟຟ້າຄົບວົງຈອນ ໄຊສົມບູນ ຜູ້ຮັບເໝົາໂຄງການ.
ໂຄງການມີໜ້າວຽກສຳຄັນ ຄື ການປູຢາງ 2 ຊັ້ນ ໃນໄລຍະທາງ 4 ກິໂລແມັດ ໂດຍມີໜ້າທາງກວ້າງ 6 ແມັດ. ໂຄງການໄດ້ເລີ່ມບຸກເບີກໃນຕົ້ນເດືອນສິງຫາ 2026 ແລະ ປັດຈຸບັນສາມາດບຸກເບີກໄດ້ຄົບທັງ 4 ກິໂລແມັດແລ້ວ.
ຢ່າງໃດກໍຕາມ, ຍ້ອນກຳລັງເຂົ້າສູ່ລະດູຝົນ ໂຄງການມີແຜນຢຸດການກໍ່ສ້າງຊົ່ວຄາວ ແລະ ຈະສືບຕໍ່ດຳເນີນວຽກງານຕາມແຜນໃນຕົ້ນເດືອນພະຈິກ 2026.
ໂຄງການປັບປຸງ-ຍົກລະດັບເສັ້ນທາງສາຍນີ້ ເປັນໂຄງການສຳຄັນດ້ານໂຄງລ່າງ ເພື່ອເຊື່ອມຈອດການຄົມມະນາຄົມລະຫວ່າງ ແຂວງຈຳປາສັກ ກັບ ລາຊະອານາຈັກກຳປູເຈຍ ໃຫ້ມີຄວາມສະດວກຫຼາຍຂຶ້ນ ພ້ອມທັງຮອງຮັບການເດີນທາງ, ການຂົນສົ່ງສິນຄ້າ, ການຄ້າ ແລະ ການທ່ອງທ່ຽວຂ້າມຊາຍແດນ ໃຫ້ມີຄວາມຄ່ອງຕົວຫຼາຍຂຶ້ນ.
ທີ່ມາ: ໜັງສືພິມຈຳປາສັກ


