ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ອອກແຈ້ງການສະບັບໃໝ່ ເລກທີ 19229/ຫກ ລົງວັນທີ 13 ສິງຫາ 2026 ເພື່ອຄຸ້ມຄອງການບໍລິການຂົນສົ່ງໂດຍສານພາຍໃນ ແລະ ລະຫວ່າງປະເທດ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍຂອງສຫງຄົມ ແລະ ຄວາມປອດໄພຂອງຜູ້ໂດຍສານ ແລະ ຜູ້ຮ່ວມໃຊ້ເສັ້ນທາງ.
ໂດຍອະນຸຍາດໃຫ້ລົດຂົນສົ່ງຜູ້ໂດຍສານ ທີ່ແລ່ນ ລະຫວ່າງແຂວງ, ລະຫວ່າງປະເທດ ແລະ ລົດສອງແຖວ ທີ່ແລ່ນ ລະຫວ່າງແຂວງ ແລ່ນດ້ວຍຄວາມໄວ ດັ່ງນີ້:
ຄວາມໄວສູງສຸດ ຜ່ານຂອບເຂດ ບ້ານ, ຊຸມຊົນ ແລະ ຕົວເມືອງ ບໍ່ໃຫ້ເກີນ 40 ກມ/ຊມ;
ຄວາມໄວສູງສຸດ ນອກຂອບເຂດ ບ້ານ, ຊຸມຊົນ ແລະ ຕົວເມືອງ ບໍ່ໃຫ້ເກີນ 70 ກມ/ຊມ;
ຄວາມໄວສູງສຸດ ເວລາຂຶ້ນທາງດ່ວນ ບໍ່ໃຫ້ເກີນ 90 ກມ/ຊມ (70-90 ກມ/ຊມ).
ມາສ່ອງເບິ່ງມາດຕະການປັບໃໝແລ່ນລົດໄວເກີນກຳນົດ ຕາມປ້າຍຈະລາຈອນທີ່ຕິດຕັ້ງຕາມແຄມທາງຫຼວງ ໂດຍສະເພາະປະເພດ (ລົດໂດຍສານ) ໃນມາດຕາ 14 ມີຄື:
ລົດໂດຍສານຂະໜາດນ້ອຍ ໃຊ້ຄວາມໄວເກີນ 16-30 ກມ/ຊມ ປັບໃໝ 200,000 ກີບ/ຄັນ, ຂະໜາດກາງ ປັບໃໝ 250,000 ກີບ/ຄັນ ແລະ ຂະໜາດໃຫຍ່ ປັບໃໝ 300,000 ກີບ/ຄັນ;
ລົດໂດຍສານຂະໜາດນ້ອຍ ໃຊ້ຄວາມໄວເກີນ 31-50 ກມ/ຊມ ປັບໃໝ 220,000 ກີບ/ຄັນ, ຂະໜາດກາງ ປັບໃໝ 280,000 ກີບ/ຄັນ ແລະ ຂະໜາດໃຫຍ່ ປັບໃໝ 350,000 ກີບ/ຄັນ;
ລົດໂດຍສານຂະໜາດນ້ອຍ ໃຊ້ຄວາມໄວເກີນ 51-100 ກມ/ຊມ ປັບໃໝ 250,000 ກີບ/ຄັນ, ຂະໜາດກາງ ປັບໃໝ 300,000 ກີບ/ຄັນ ແລະ ຂະໜາດໃຫຍ່ປັບໃໝ 370,000 ກີບ/ຄັນ;
ລົດໂດຍສານຂະໜາດນ້ອຍ ໃຊ້ຄວາມໄວເກີນ 101 ກມ/ຊມ ຂຶ້ນໄປ ປັບໃໝ 270,000 ກີບ/ຄັນ, ຂະໜາດກາງ ປັບໃໝ 320,000 ກີບ/ຄັນ ແລະ ຂະໜາດໃຫຍ່ ປັບໃໝ 400,000 ກີບ/ຄັນ.


