ມອບ ໝີຄວາຍ (ໝີດຳ) ເພດແມ່ 1 ໂຕ ໃຫ້ແກ່ ສູນຊ່ວຍເຫຼືອໝີ ແລະ ອະນຸລັກພັນສັດປ່າ ຫຼວງພະບາງ (Free the Bears)

ນະຄອນຫຼວງວຽງຈັນ, 13 ສິງຫາ 2026 — ຢູ່ທີ່ ບ້ານດົງໂພນແຮ່, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ໄດ້ມີພິທີມອບ-ຮັບ ສັດປ່າປະເພດຫວງຫ້າມ ບັນຊີ I ຄື: ໝີຄວາຍ (ໝີດຳ) ເພດແມ່ 1 ໂຕ ຊື່ວ່າ “ນໍ້າຫວານ” (ນ້ຳໜັກ 100 ກິໂລກຣາມ) ໃຫ້ແກ່ ສູນຊ່ວຍເຫຼືອໝີ ແລະ ອະນຸລັກພັນສັດປ່າ ຫຼວງພະບາງ (Free the Bears).

ໝີໂຕດັ່ງກ່າວ ຜ່ານມາແມ່ນຢູ່ໃນການຄອບຄອງຂອງ ນາງ ຈີລາທິບ ຈັນທະປັນຍາ, ເຊິ່ງຜູ້ກ່ຽວໄດ້ໃຫ້ຂໍ້ມູນວ່າ ໄດ້ພົບເຫັນ ແລະ ຊື້ໝີໂຕນີ້ມາຈາກປະຊາຊົນຢູ່ແຂວງຫຼວງນ້ຳທາ ທີ່ນຳມາວາງຂາຍ. ດ້ວຍຄວາມຕື່ນຕົວ ແລະ ເຫັນຄວາມສຳຄັນຂອງການອະນຸລັກສັດປ່າ, ນາງ ຈີລາທິບ ຈຶ່ງໄດ້ແຈ້ງເຈົ້າໜ້າທີ່ ແລະ ສະໝັກໃຈມອບ ໝີ​ “ນໍ້າຫວານ” ໃຫ້ທາງສູນ ເພື່ອນຳໄປຟື້ນຟູບຳບັດສຸຂະພາບ ໃຫ້ພ້ອມກ່ອນການພິຈາລະນາປ່ອຍຄືນສູ່ທຳມະຊາດ.

ການດຳເນີນງານຄັ້ງນີ້ ໄດ້ຮັບການປະສານງານຮ່ວມກັນຢ່າງເຄັ່ງຄັດ ລະຫວ່າງ:

​ພະແນກກວດກາສັດນ້ຳ ແລະ ສັດປ່າ (ກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ).​

​ກອງກວດກາຊັບພະຍາກອນທຳມະຊາດ ນະຄອນຫຼວງວຽງຈັນ

ທີມງານຊ່ຽວຊານຈາກສູນ Free the Bears.

ທັງໝົດແມ່ນປະຕິບັດຕາມ ກົດໝາຍວ່າດ້ວຍສັດປ່າ (ສະບັບເລກທີ 42/ສພຊ, ລົງວັນທີ 17 ກໍລະກົດ 2023). ຜົນການກວດກາສຸຂະພາບເບື້ອງຕົ້ນພົບວ່າ ໝີ “ນໍ້າຫວານ” ມີຮ່າງກາຍແຂງແຮງດີ.

ເຈົ້າໜ້າທີ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືຈາກປະຊາຊົນ ໃນການປົກປັກຮັກສາສັດປ່າ ພ້ອມທັງຮຽກຮ້ອງໃຫ້ປະຕິບັດຕາມກົດໝາຍຢ່າງເຄັ່ງຄັດ ເພື່ອຢຸດຕິການລ່າ, ການຊື້-ຂາຍ ແລະ ການຄອບຄອງສັດປ່າຫວງຫ້າມໂດຍຜິດກົດໝາຍ.

ຂ່າວ/ພາບໂດຍ: ກົມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles