ສປ ຈີນ ມອບທຶນຊ່ວຍເຫຼືອລ້າ ໃຫ້ ໂຮງຮຽນມັດທະຍົມສົມບູນສະຫວັນ ຍົກລະດັບການສ້າງຊັບພະຍາກອນມະນຸດ ຄຸນນະພາບສູງ

ໃນວັນທີ 14 ສິງຫາ 2026 ນີ້, ທີ່ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ມີພິທີເປີດໂຄງການປັບປຸງ ແລະຍົກລະດັບໂຮງຮຽນມັດທະຍົມສົມບູນສະຫວັນ ເຊິ່ງເປັນໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ເພື່ອຍົກລະດັບພື້ນຖານໂຄງລ່າງດ້ານການສຶກສາ ໃຫ້ແກ່ໂຮງຮຽນດັ່ງກ່າວ.

ການມອບທຶນຊວ່ຍເຫຼືອດັ່ງກ່າວແມ່ນເນື່ອງໃນໂອກາດສະເຫຼີມສະຫຼອງ ສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ, ເຊິ່ງຝ່າຍລາວເຂົ້າຮ່ວມເປັນພະຍານໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາ; ທ່ານ ທົງໄຊ ໄຊຍະວົງຄຳດີ, ຮອງເຈົ້າແຂວງສະຫວັນນະເຂດ; ທ່ານ ພູລຳພອນ ສີຫາວົງ, ຮອງປະທານສະພາປະຊາຊົນແຂວງສະຫວັນນະເຂດ; ທ່ານ ຄຳພອນ ຫົວໜ້າຫ້ອງການ ຄະນະກຳມະການຮ່ວມມືລາວ-ຈີນແລະຝ່າຍຈີນເຂົ້າຮວ່ມມີທ່ານນາງ ຫຼີ ສີເຈິ່ນ,ທີ່ປຶກສາສະຖານທູດຈີນ ປະຈຳລາວ ພ້ອມດ້ວຍຕົວແທນຈາກກຸ່ມບໍລິສັດຮ່ວມມືດ້ານເສດຖະກິດ-ເຕັກນິກສາກົນຈຽງຊູຈີນຈຳກັດ ພ້ອມດ້ວຍຄູ-ອາຈານ ແລະນັກຮຽນ.

ທ່ານນາງຫຼີ ສີເຈິ່ນກໍໄດ້ກ່າວວ່າ: ໂຄງການຊ່ວຍເຫຼືອລ້າຄັ້ງນີ້ ແມ່ນຈັດຕັ້ງປະຕິບັດຕາມ “ແຜນປະຕິບັດງານວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາຈີນ-ລາວ (2024-2028)” ແລະເປັນບາດກ້າວສຳຄັນຂອງ “ໂຄງການກໍ່ສ້າງໂຮງຮຽນ 10 ແຫ່ງ ທີ່ຈີນຊ່ວຍເຫຼືອລາວ”. ທ່ານກ່າວອີກວ່າ: ຝ່າຍຈີນຈະໃຫ້ການສະໜັບສະໜູນຢ່າງເຕັມທີ່ເພື່ອຊຸກຍູ້ການກໍ່ສ້າງ ແລະຫວັງຢ່າງຍິ່ງວ່າຈະໄດ້ຮ່ວມມືກັບຝ່າຍລາວຢ່າງໃກ້ຊິດເພື່ອຮ່ວມກັນສ້າງໂຄງການດັ່ງກ່າວໃຫ້ກາຍເປັນອະນຸສາວະລີແຫ່ງຍຸກສະໄໝທີ່ສະແດງໃຫ້ເຫັນເຖິງໝາກຜົນຂອງການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ຢ່າງມີຊີວິດຊີວາ.

ໂອກາດດຽວກັນ, ທ່ານ ທົງໄຊ ໄຊຍະວົງຄຳດີ ໄດ້ກ່າວວ່າ: ໂຮງຮຽນ ມສ ສະຫວັນສ້າງຕັ້ງຂຶ້ນແຕ່ປີ 1960 ມີປະຫວັດຍາວນານ ແຕ່ປັດຈຸບັນສະພາບອາຄານແມ່ນໄດ້ຊຸດໂຊມລົງຫຼາຍ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຍົກລະດັບຄຸນນະພາບການສຶກສາ, ລັດຖະບານ ສປ ຈີນ ຈຶ່ງໄດ້ມອບທຶນຊ່ວຍເຫຼືອລ້າເພື່ອມາຈັດຕັ້ງປະຕິບັດ 4 ໜ້າວຽກຫຼັກຄື: ການທຸບມ້າງອາຄານເກົ່າ, ການກໍ່ສ້າງອາຄານໃໝ່ທີ່ກວມເອົາຫ້ອງການ, ຫ້ອງທົດລອງ, ສະໂມສອນ,ຫ້ອງຮຽນທີ່ທັນສະໄໝ, ແລະອື່ນໆ ລວມເຖິງການສະໜອງອຸປະກອນການຮຽນ-ການສອນ ແລະການຝຶກອົບຮົມການນຳໃຊ້ອຸປະກອນໃຫ້ແກ່ຄູ-ອາຈານ.

ໂຄງການກໍ່ສ້າງໂຮງຮຽນດັ່ງກ່າວກວມເອົາເນື້ອທີ່ 10.000 ຕາແມັດ, ມີເນື້ອທີ່ກໍ່ສ້າງທັງໝົດຫຼາຍກວ່າ 6.000 ຕາແມັດ, ໄລຍະເວລາການກໍ່ສ້າງ14 ເດືອນ,​ ຮັບເໝົາກໍ່ສ້າງໂດຍກຸ່ມບໍລິສັດຮ່ວມມືດ້ານເສດຖະກິດ-ເຕັກນິກສາກົນຈຽງຊູຈີນຈຳກັດ.

ທີ່ມາ: CMG FM 93

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles