ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ອອກແຈ້ງການສະບັບໃໝ່ ເລກທີ 19229/ຫກ ລົງວັນທີ 13 ສິງຫາ 2026 ເພື່ອແນໃສ່ຄຸ້ມຄອງການບໍລິການຂົນສົ່ງໂດຍສານພາຍໃນ ແລະ ລະຫວ່າງປະເທດ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ. ຈຸດປະສົງຫຼັກຂອງການອອກມາດຕະການຄັ້ງນີ້ ແມ່ນເພື່ອອຳນວຍຄວາມສະດວກ ແລະ ຮັບປະກັນຄວາມປອດໄພສູງສຸດ ໃນການເດີນທາງຂອງຜູ້ໂດຍສານ ຕະຫຼອດຮອດຜູ້ຮ່ວມໃຊ້ເສັ້ນທາງໃນຂອບເຂດທົ່ວປະເທດ.
ອີງຕາມເນື້ອໃນສຳຄັນຂອງແຈ້ງການ ບາງສ່ວນ ໄດ້ກຳນົດຢ່າງເດັດຂາດ ບໍ່ອະນຸຍາດໃຫ້ລົດໂດຍສານທຸກປະເພດ ບັນທຸກເຄື່ອງຂອງ ຫຼື ສິນຄ້າຕ່າງໆໄວ້ເທິງຫຼັງຄາລົດເປັນອັນຂາດ. ນອກຈາກນີ້, ຍັງໄດ້ເນັ້ນໜັກວ່າ ການຮັບຜູ້ໂດຍສານແມ່ນຕ້ອງໃຫ້ຖືກຕ້ອງຕາມຈຳນວນຕັ່ງນັ່ງ ທີ່ໄດ້ກຳນົດໄວ້ໃນໃບອະນຸຍາດແລ່ນລົດປະຈຳປີເທົ່ານັ້ນ ແລະ ບໍ່ອະນຸຍາດໃຫ້ມີຜູ້ໂດຍສານເກີນຈຳນວນຕັ່ງນັ່ງຢ່າງເດັດຂາດ, ບໍ່ໃຫ້ ໃສ່ຕັ່ງເສີມ, ຫ້າມບັນທຸກສິນຄ້າ ໃນຫ້ອງຜູ້ໂດຍສານ, ພື້ນລົດ ແລະ ອະນຸຍາດໃຫ້ຜູ້ໂດຍສານ ຖືເຄື່ອງຕິດ ຕົວຂຶ້ນລົດໄດ້ບໍ່ເກີນ 5 ກິໂລກຼາມ/ຄົນ ກ່ອນປ່ອຍລົດ; ເພື່ອປ້ອງກັນຄວາມແອອັດ ແລະ ຄວາມສ່ຽງຕໍ່ການເກີດອຸບັດຕິເຫດ.
ເພື່ອຮັບປະກັນໃຫ້ມາດຕະການດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງຈິງຈັງ, ບັນດາເຈົ້າຂອງສະຖານີ, ຜູ້ປະກອບການ, ບໍລິສັດຂົນສົ່ງ ແລະ ຜູ້ຂັບຂີ່ ຕ້ອງໄດ້ເຂັ້ມງວດໃນການກວດກາກ່ອນລົດອອກເດີນທາງທຸກຖ້ຽວ. ຫາກພາກສ່ວນກ່ຽວຂ້ອງກວດພົບເຫັນການລະເມີດ ຜູ້ປະກອບການ ແລະ ຜູ້ຂັບຂີ່ຈະຖືກປະຕິບັດວິໄນ ແລະ ປັບໃໝຕາມລະບຽບກົດໝາຍວ່າດ້ວຍການຈະລາຈອນທາງບົກທີ່ໄດ້ວາງອອກຢ່າງເຂັ້ມງວດ.


